ນິວຊີແລນໃຫ້ລົງທຶນກ່ວາ130ລ້ານUSDເຂົ້າອາຊຽນ

ນິວຊີແລນໃຫ້ລົງທຶນກ່ວາ130ລ້ານUSDເຂົ້າອາຊຽນ - ảnh 1
(ພາບປະກອບ)

(vovworld) –  ​ ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 27 ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ທີ່​ກ່ຽວຂ້ອງ, ວັນ​ທີ 22/11, ຢູ່​ກອງ​ປະຊຸມ​ຂັ້ນ​ສູງ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍພົວພັນ​ທາງ​ການ​ທູດ​ລະຫວ່າງ ອາ​ຊຽນ ​ແລະ ນິວຊີ​ແລນ, ທ່ານ​ນາຍົກລັດຖະມົນຕີ ນິວຊີ​ແລນ John Key ຖະ​ແຫຼ​ງວ່າ: ຈະ​ລົງທຶນກ່ວາ 131 ລ້ານ​ USD ​ເຂົ້າ​ບັນດາ​ປະ​ເທດ ອາ​ຊຽນ ​ໃນ​ຮອບ 3 ປີຈະ​ມາ​ເຖິງ. ນີ້​ໄດ້​ຮັບ​ຖື​ວ່າ ​ເປັນ​ສ່ວນ​ໜຶ່ງ​ຂອງ​ຂໍ້​ຕົກລົງ​ຍົກ​ລະດັບ​ການ​ພົວພັນ ນິວຊີ​ແລນ - ອາ​ຊຽນ ຂຶ້ນ​​ເປັນສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ນິວຊີ​ແລນ ຈະ​ຜັນ​ຂະຫຍາຍ​ຈຳນວນ​ເງິນ​ລົງທຶນ​ດັ່ງ​ກ່າວ​ໃນ 3 ປີ, ສຸມ​ໃສ່​ເຂົ້າ​​ໃນຂົງ​ເຂດ​ສ້າງ​ກຳລັງ​ຄວາມ​ສາມາດ​ຂອງ​ປະຊາຊົນ​ໃນ​ພາກ​ພື້ນ ​ແລະ ສ້າງ​ການ​ຮ່ວມ​ສຳພັນ​ລະຫວ່າ​ງບັນດາ​ການ​ນຳ ​ແລະ ນັກທຸລະກິດ​ຕ່າງໆ. ທ່ານ​ນາຍົກລັດຖະມົນຕີ John Key ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ຈຳນວນພົນ​ລະ​ເມືອງ 625 ລ້ານ​ຄົນ ​ແລະ ຍອດ​ຈຳນວນ GDP ຄາດຄະ​ເນ​ວ່າ ​ຈະເພີ່ມ​ຂຶ້ນ 5,2 ພັນ​ຕື້ USD ​ໃນ​ປີ 2030 ນັ້ນ, ອາ​ຊຽນ ຈະ​ນຳ​ມາ​​ເຊິ່ງ​​ກາລະ​ໂອກາດຫລາຍ​ສົມຄວນໃຫ້ ນິວຊີ​ແລນ.

ຂ່າວ/ບົດ​ອື່ນ