ນະຄອນ ໂຮ່ຈີມິນ ຄວນມີຄວາມຕັດສິນໃຈດ້ານການເມືອງສູງເພື່ອພັດທະນາພື້ນຖານໂຄງລ່າງການບໍລິການ

(VOVWORLD) - ຕອນບ່າຍວັນທີ 03 ກໍລະກົດ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມສຳມະນາສາກົນ “ພັດທະນາການບໍລິການຂອງນະຄອນ ໂຮ່ຈີມິນ ແລະ ກຳນົດທິດການວາງແຜນຜັງ, ພັດທະນາພື້ນຖານໂຄງລ່າງການບໍລິການຂອງນະຄອນໄລຍະປີ 2020 - 2030”.

ນະຄອນ ໂຮ່ຈີມິນ ຄວນມີຄວາມຕັດສິນໃຈດ້ານການເມືອງສູງເພື່ອພັດທະນາພື້ນຖານໂຄງລ່າງການບໍລິການ - ảnh 1 ນະຄອນ ໂຮ່ຈີມິນ (ພາບ: TTXVN)

ທີ່ກອງປະຊຸມ, ຜູ້ແທນ, ນັກຊ່ຽວຊານສາກົນຫລາຍຄົນໄດ້ຍົກອອກບາງບົດຮຽນໃນການພັດທະນາການບໍລິການ, ການວາງແຜນຜັງ, ພັດທະນາພື້ນຖານໂຄງລ່າງຂອງບາງນະຄອນຄື: New South Wales (ອົດສະຕາລີ), ເຊີອຸນ (ສ.ເກົາຫຼີ). ທ່ານ ຫງວຽນທ້ຽນເຍິນ ເລຂາຄະນະພັກນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ:

        “ກອງປະຊຸມສຳມະນາໄດ້ຊ່ວຍໃຫ້ນະຄອນຕັ້ງໜ້າກະກຽມພື້ນຖານໂຄງລ່າງໃຫ້ແກ່ການພັດທະນາ, ໄປລັດໜ້າການພັດທະນາ. ຖ້າຫາກພວກເຮົາລັດໜ້າບັນດາວິສາຫະກິດຜະລິດ ນັ້ນພວກເຮົາກໍ່ຕ້ອງສ້າງບັນດາເຂດອຸດສາຫະກຳ, ເຂດຜະລິດສົ່ງອອກ, ເຂດເຕັກໂນໂລຊີສູງ.

        ກອງປະຊຸມສຳມະນາແມ່ນເພື່ອແນໃສ່ຫັນບັນດາບັນຫາພັດທະນາຂະແໜງການບໍລິການໃຫ້ເປັນລະບົບຄືນໃໝ່ ແລະ ດຶງດູດຄວາມສົນໃຈກໍ່ຄືເສີມຂະຫຍາຍຂໍ້ລິເລີ່ມຂອງບັນດານັກວິທະຍາສາດ ແລະ ປະຊາຊົນໃນການແກ້ໄຂບາງບັນຫາຫຼັກແຫຼ່ງໃຫ້ແກ່ການວາງແຜນຜັງພັດທະນານະຄອນໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ