ນະ​ຄອນ ໂຮ່​ຈີ​ມິນ ພວມ​ກະ​ກຽມ​ອອກ​ຄຳ​ສັ່ງ​ສ​ະ​ບັບ​ໃໝ່

(VOVWORLD) -ຕອນບ່າຍວັນທີ 26 ກັນຍາ, ໃນການປະຊຸມຖະແຫຼງຂ່າວຂອງຄະນະຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນ ໂຮ່ຈີມິນ, ທ່ານ ຟ້າມດຶກຫ໋າຍ ໂຄສົກຄະນະຊີ້ນຳໃຫ້ຮູ້ວ່າ ນະຄອນ ໂຮ່ຈີມິນ ພວມກະກຽມອອກຄຳສັ່ງສະບັບໃໝ່.
ນະ​ຄອນ ໂຮ່​ຈີ​ມິນ ພວມ​ກະ​ກຽມ​ອອກ​ຄຳ​ສັ່ງ​ສ​ະ​ບັບ​ໃໝ່ - ảnh 1ທ່ານ ຟ້າມດຶກຫ໋າຍ ໂຄສົກຄະນະຊີ້ນຳວຽກງານ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນ ໂຮ່ຈີມິນ (ພາບ: baotintuc.vn)

ກ່ອນໜ້ານັ້ນ, ວັນທີ 24 ກັນຍາ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຟານວັນມ໊າຍ ໄດ້ເຊັນໃບສະເໜີຕໍ່ນາຍົກລັດຖະມົນຕີ ວ່າດ້ວຍການອະນຸຍາດໃຫ້ນະຄອນປະຕິບັດຂໍ້ກຳນົດສະເພາະໝູນໃຊ້ໃນສະພາບການໃໝ່ ແລະ ມີຄວາມແທດເໝາະກັບສະພາບການຕົວຈິງຢູ່ທ້ອງຖິ່ນ.

ນອກຈາກນັ້ນ, ນະຄອນ ໂຮ່ຈີມິນກໍສະເໜີ ຢາກໄດ້ຮັບຄວາມເອົາໃຈໃສ່, ໄດ້ຮັບບຸລິມະສິດວັກຊິນ ເພື່ອບັນລຸໄດ້ພູມຕ້ານທານໃນຊຸມຊົນໂດຍໄວ. ປັດຈຸບັນ, ອັດຕາຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ນະຄອນ ໂຮ່ຈີມິນ ໄດ້ຫຼຸດ ແຕ່ 0,4% ລົງເຫຼືອ 0,2% ແລ້ວ.


ຕອບກັບ

ຂ່າວ/ບົດ​ອື່ນ