ທ່ານ ເລແທງລຽມ ຮອງປະທານຜູ້ປະຈຳການ
ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 30/03, ທ່ານ ເລແທງລຽມ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ການຕ້ອນຮັບທ່ານ Aleksandr Ogorodnhikov, ຮອງລັດຖະມົນຕີກະຊວງອຸດສາຫະກຳ ສ.ເບລາຣຸດ ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ເລແທງລຽມ ຖືວ່າ: ການພົວພັນມິດຕະພາບທີ່ເປັນມູນເຊື້ອຫລາຍດ້ານລະຫວ່າງ ຫວຽດນາມ ແລະ ເບລາຣຸດ ພວມມີບັນດາບາດກ້າວພັດທະນາອັນດີງາມ. ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສຳພັນທະມິດເສດຖະກິດ ອາຊີ - ເອີລົບ, ໃນນັ້ນ ມີ ເບລາຣຸດ ທີ່ມີຜົນສັກສິດແຕ່ປີ 2016, ໄດ້ສ້າງພື້ນຖານຍູ້ແຮງການພົວພັນການຄ້າລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ. ທ່ານ ເລແທງລຽມ ປາດຖະໜາວ່າ ເບລາຣຸດ ຈະແບ່ງປັນບັນດາບົດຮຽນແກ້ໄຂບາງບັນຫາ ເຊິ່ງນະຄອນພວມປະເຊີນໜ້າໃນວິວັດການພັດທະນາຕົວເມືອງ.
ສ່ວນທ່ານ Aleksandr Ogorodnhikov ຢືນຢັນວ່າ: ເບລາຣຸດ ຍາມໃດກໍ່ເອົາໃຈໃສ່ສ້າງເງື່ອນໄຂຊຸກຍູ້ການເຄື່ອນໄຫວຮ່ວມມືຫລາຍດ້ານລະຫວ່າງບັນດາທ້ອງຖິ່ນຂອງ ເບລາຣຸດ ກັບ ຫວຽດນາມ, ພິເສດແມ່ນລະຫວ່າງ 2 ທ້ອງຖິ່ນແຮກສ່ຽວແມ່ນນະຄອນ Minsk ແລະ ນະຄອນ ໂຮ່ຈີມິນ.