ນະ​ຄອນ ໂຮ່​ຈີ​ມິນ ເພີ່ມ​ທະ​ວີ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລ​ກ​ລະ​ບາດ​ໂຄວິດ - 19

(VOVWORLD) -ສະພາບການໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນ ໂຮ່ຈີມິນ ພວມມີການຜັນແປຢ່າງສັບສົນ, ມີຄວາມສ່ຽງແຜ່ລະບາດໃນຊຸມຊົນເປັນຢ່າງສູງ ຍ້ອນຍັງບໍ່ທັນກຳນົດໄດ້ແຫຼ່ງແຜ່ເຊື້ອເທື່ອ.

 ໃນກອງປະຊຸມ ຄະນະຊີ້ນຳວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ເຊິ່ງຖືກດຳເນີນໃນຕອນບ່າຍວັນທີ 9 ກຸມພາ, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ ຢັ້ງຢືນວ່າ ສະພາບການໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນ ໂຮ່ຈີມິນ ພວມມີການຜັນແປຢ່າງສັບສົນ, ມີຄວາມສ່ຽງແຜ່ລະບາດໃນຊຸມຊົນເປັນຢ່າງສູງ ຍ້ອນຍັງບໍ່ທັນກຳນົດໄດ້ແຫຼ່ງແຜ່ເຊື້ອເທື່ອ. ສະນັ້ນ, ທ່ານ ປາດຖະໜາວ່າ ໜ່ວຍງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ພິເສດ ຂອງ ກະຊວງສາທາລະນະສຸກ ຫວຽດນາມ ຈະສຶກສາຄົ້ນຄວ້າ, ແນະນຳ, ສົມທົບກັບບັນດາສະຖານທີ່ທີ່ມີຄວາມສ່ຽງສູງ ເພື່ອແນໃສ່ກວດວິໄຈ ແລະ ຊອກຫາແຫຼ່ງແຜ່ເຊື້ອຂອງໂລກລະບາດໂດຍໄວ ເພື່ອໃຫ້ນະຄອນ ໂຮ່ຈີມິນ ເປັນເຈົ້າການ ແລະ ມີວິທີການໂດຍໄວ ເພື່ອຄວບຄຸມໂລກລະບາດໄດ້ເປັນຢ່າງດີ.

ນະ​ຄອນ ໂຮ່​ຈີ​ມິນ ເພີ່ມ​ທະ​ວີ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລ​ກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ 

ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນເຈື່ອງເຊີນ ກໍໃຫ້ຮູ້ວ່າ ກະຊວງສາທາລະນະສຸກ ຊີ້ນຳບັນດາຫົວໜ່ວຍສັງກັດກະຊວງ ທີ່ ປະຈຳນະຄອນໂຮ່ຈີມິນ ມານະພະຍາຍາມຢ່າງສຸດຂີດເພື່ອຊ່ວຍນະຄອນ ໂຮ່ຈີມິນ ປ້ອງກັນ ແລະ ຕ້ານໂລກລະບາດ.

        ສຳລັບຈຳນວນຜູ້ຕິດເຊື້ອໃນທົ່ວປະເທດ ຫວຽດນາມ, ນັບແຕ່ເວລາ 18 ໂມງ ຂອງວັນທີ 9 ກຸມພາ ຫາເວລາ 6 ໂມງຂອງວັນທີ 10 ກຸມພາ, ຫວຽດນາມ ຢັ້ງຢືນມີກໍລະນີຕິດເຊື້ອລາຍໃໝ່ໃນຊຸມຊົນຕື່ມອີກ 1 ກໍລະນີ ຢູ່ແຂວງ ບັກຢາງ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ ຫວຽດນາມ ສະສົມ 2.070 ກໍລະນີ, ໃນນັ້ນ ມີ 1.177 ກໍລະນີຕິດເຊື້ອພາຍປະເທດ ແລະ  1.474 ກໍລະນີ ປິ່ນປົວຫາຍດີ, ມີ 35 ກໍລະນີເສຍຊີວິດ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 10 ກຸມພາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອລວມທັງໝົດກວ່າ 107 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 2 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ