ນະຄອນ ໂຮ່ຈີມິນ ແກ້ໄຂສຳເນົາເຂົ້າອອກເມືອງ 700 ສະບັບ/ວັນ
(ພາບປະກອບ/baotintuc.vn
(vovworld) - ນະຄອນ ໂຮ່ຈີມິນ ແກ້ໄຂສຳເນົາເຂົ້າ-ອອກເມືອງ 700 ສະບັບ/ວັນ. ເຖິງວ່າຄືແນວນັ້ນ, ແຕ່ນະຄອນຍັງຮັບປະກັນຖືກຕາມຂໍ້ກຳນົດ ແລະ ເວລາບໍ່ເກີນ 24 ຊົ່ວໂມງ. ນັ້ນແມ່ນຂໍ້ມູນໃນກອງປະຊຸມສະຫຼຸບວຽກງານປີ 2016 ຂອງພະແນກພົວພັນຕ່າງປະເທດນະຄອນ ໂຮ່ຈີມິນ ເຊິ່ງຈັດຕັ້ງໃນຕອນເຊົ້າວັນທີ 27/12. ປີ 2016, ພະແນກພົວພັນຕ່າງປະເທດນະຄອນໄດ້ຕ້ອນຮັບແຂກຕ່າງປະເທດ ມານະຄອນ ໂຮ່ຈີມິນ 140 ຄະນະ, ແລະ ໄດ້ມີການນຳນະຄອນ 18 ຄະນະໄດ້ໄປປະຕິບັດງານຢູ່ຕ່າງປະເທດ. ພະແນກພົວພັນຕ່າງປະເທດນະຄອນ ໂຮ່ຈີມິນ ຍັງເປັນເສນາທິການໃຫ້ການນຳນະຄອນລົງນາມໃນບົດບັນທຶກຊ່ວຍຈຳກັບຫຼາຍນະຄອນເຊັ່ນ: ຊຽງໄຮ້ (ຈີນ), ໂອສະກາ (ຍີ່ປຸ່ນ), ບູຊານ ( ສເກົາຫຼີ), ວຽງຈັນ (ລາວ), ພະນົມເປັນ (ກຳປູເຈຍ). ນະຄອນ ໂຮ່ຈີມິນມີ 60 ກວ່າອົງການການທູດສາກົນ ແລະ ກວ່າ 40 ສະຫະສະມາຄົມວິສາຫະກິດຕ່າງປະເທດພວມເຄື່ອນໄຫວຢູ່ທີ່ນີ້. ປີ 2016, ທາງນະຄອນໄດ້ຕ້ອນຮັບແຂກຕ່າງປະເທດ 375 ຄະນະທີ່ມາຊອກຫາກາລະໂອກາດລົງທຶນ, ເພີ່ມຂຶ້ນທົບ 3 ເທົ່າເມື່ອທຽບໃສ່ປີກາຍ. ປະຈຸບັນມີ 79 ປະເທດ ແລະ ເຂດແຄ້ວນພວມລົງທຶນຢູ່ນະຄອນ ໂຮ່ຈີມິນ. ບັນດາການເຄື່ອນໄຫວເຫຼົ່ານັ້ນຂອງ ພະແນກພົວພັນຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ເພື່ອ ພັດທະນາປະເທດຊາດ.