ນະຄອນ ໂຮ່ຈີມິນ ແມ່ນຕົວເມືອງພິເສດ, ມີທີ່ຕັ້ງສຳຄັນທີ່ສຸດສຳລັບ ຫວຽດນາມ

(VOVWORLD) - ນະຄອນ ໂຮ່ຈີມິນ ແມ່ນຕົວເມືອງພິເສດ, ມີທີ່ຕັ້ງສຳຄັນທີ່ສຸດສຳລັບ ຫວຽດນາມ” ນັ້ນແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃນການເຮັດວຽກກັບການນຳນະຄອນ ໂຮ່ຈີມິນ ທາງອອນລາຍໃນຕອນເຊົ້າວັນທີ 08 ພຶດສະພາ ຢູ່ ຮ່າໂນ້ຍ.
ນະຄອນ ໂຮ່ຈີມິນ ແມ່ນຕົວເມືອງພິເສດ, ມີທີ່ຕັ້ງສຳຄັນທີ່ສຸດສຳລັບ ຫວຽດນາມ - ảnh 1 ນະຄອນໂຮ່ຈີມິນ / ພາບປະກອບ

        ຕີລາຄາກ່ຽວກັບລະດັບການປະກອບສ່ວນລະອຽດຂອງນະຄອນ ໂຮ່ຈີມິນ ຕໍ່ເສດຖະກິດຂອງທົ່ວປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ເສດຖະກິດນະຄອນ ໂຮ່ຈີມິນ ກວມເອົາ 20 – 22% GDP, 25% ງົບປະມານ, 33% ການບໍລິການ, 18,4% ອຸດສາຫະກຳ - ກໍ່ສ້າງທົ່ວປະເທດ. ການປະກອບສ່ວນອັນໃຫຍ່ຫລວງຄືດັ່ງກ່າວ ຖ້າເສດຖະກິດນະຄອນຖືກຊຸດໂຊມຢ່າງໜັກໜ່ວງນັ້ນ ທົ່ວປະເທດຈະໄດ້ຮັບຜົນສະທ້ອນຢ່າງໃຫຍ່ຫລວງ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ຕາມຕົວເລກສະຖິຕິຂອງນະຄອນ ໂຮ່ຈີມິນ ແລ້ວ, ສິ້ນສຸດໄຕມາດ 1, ນະຄອນໂຮ່ຈີມິນ ເຕີບໂຕພຽງແຕ່ 0,42% ເທົ່ານັ້ນ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເຖິງຢ່າງໃດກໍ່ຕາມ, ຕາມຕົວເລກຫຼ້າສຸດ ເຊິ່ງກົມໃຫຍ່ສະຖິຕິລາຍງານຕໍ່ທ່ານນາຍົກລັດຖະມົນຕີນັ້ນ ນະຄອນມີການເຕີບໂຕກ່ວາ 1,03%. ສະນັ້ນ, ເສດຖະກິດ ຫວຽດນາມ ບໍ່ພຽງແຕ່ເຕີບໂຕ 3,82% ໃນໄຕມາດ 1 ເທົ່ານັ້ນ ແຕ່ຕົວເລກຍັງຈະສູງກ່ວານີ້ຕື່ມອີກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ: ນີ້ແມ່ນຂ່າວດີສຳລັບເສດຖະກິດຂອງປະເທດຊາດ ໃນສະພາບທີ່ທົ່ວໂລກປະສົບກັບຄວາມຫຍຸ້ງຍາກລວມ.

ຕອບກັບ

ຂ່າວ/ບົດ​ອື່ນ