ນະຄອນ ໂຮ່ຈີມິນ ໝູນໃຊ້ຢ່າງສູງສຸດກົນໄກການເງິນສະເພາະເຂົ້າໃນການເກັບລາຍຮັບງົບປະມານແຫ່ງລັດ

(VOVWORLD) - ປີ 2018, ພວກເຮົາອາດສາມາດເຕີບໂຕໄດ້ຫຼາຍກ່ວາປີ 2017. ປີກາຍບັນລຸ 8,25%. ຖ້າຫາກປີ 2018 ສູ້ຊົນບັນລຸໄດ້ 8,4%

ນະຄອນ ໂຮ່ຈີມິນ ໝູນໃຊ້ຢ່າງສູງສຸດກົນໄກການເງິນສະເພາະເຂົ້າໃນການເກັບລາຍຮັບງົບປະມານແຫ່ງລັດ - ảnh 1 ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນແທ່ງຟອງ ມອບໃບຍ້ອງຍໍໃຫ້ບັນດາບຸກຄົນດີເດັ່ນຂອງນະຄອນ

(ພາບປະກອບ)

ກ່າວຄຳເຫັນທີ່ກອງປະຊຸມສິ້ນສຸດປີການເງິນງົບປະມານນະຄອນ ໂຮ່ຈີມິນ 2017, ວັນທີ 30 ທັນວາ, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ສະເໜີໃຫ້ນະຄອນ ໝູນໃຊ້ຢ່າງສຸດສຸດກົນໄກການເງິນສະເພາະຕາມມະຕິຂອງສະພາແຫ່ງຊາດເພື່ອປະຕິບັດສຳເລັດຄາດໝາຍເກັບລາຍຮັບງົບປະມານທີ່ລັດຖະບານມອບໃຫ້ໃນປີ 2018 ຢູ່ໃນລະດັບ 377.780 ຕື້ດົ່ງ. ທ່ານ ຫງວຽນທ້ຽນເຍີນ ຖືວ່າ:

        “ປີ 2018, ພວກເຮົາອາດສາມາດເຕີບໂຕໄດ້ຫຼາຍກ່ວາປີ 2017. ປີກາຍບັນລຸ 8,25%. ຖ້າຫາກປີ 2018 ສູ້ຊົນບັນລຸໄດ້ 8,4%, ເປັນອັນວ່າແມ່ນມີຄວາມສະດວກຢູ່ບ່ອນວ່າລະດັບທີ່ໄດ້ຮັບມອບໝາຍກໍ່ເທົ່າທຽມກັບລະດັບເຕີບໂຕເສດຖະກິດ. ທີສອງແມ່ນພວກເຮົາມີກົນໄກການເງິນສະເພາະນັ້ນ, ແມ່ນພະຍາຍາມໝູນໃຊ້ຢ່າງສູງສຸດເພື່ອບັນລຸລະດັບທີ່ໄດ້ຮັບມອບໝາຍ.”

ຕອບກັບ

ຂ່າວ/ບົດ​ອື່ນ