ນະຄອນ ໂຮ້ຍອານ ເບິ່ງແຍງດູແລໃຫ້ແກ່ແຕ່ລະຄອບຄົວໃນຄຸ້ມຖະໜົນຖືກຈຳກັດບໍລິເວນ

(VOVWORLD) -ໄລ່ຮອດວັນທີ 05 ສິງຫາ, ນະຄອນ ໂຮ້ຍອານ, ແຂວງ ກວາງນາມ ໄດ້ມີຜູ້ຕິດໄວຣັດ SARS-CoV-2 ຈຳນວນ 17 ຄົນ.

ນະຄອນ ໂຮ້ຍອານ ເບິ່ງແຍງດູແລໃຫ້ແກ່ແຕ່ລະຄອບຄົວໃນຄຸ້ມຖະໜົນຖືກຈຳກັດບໍລິເວນ - ảnh 1 ມີສະບຽງອາຫານນັບຫຼາຍໂຕນໄດ້ແຈກຢາຍໃຫ້ປະຊາຊົນທີ່ຖືກຈຳກັດບໍລິເວນ

(ພາບ: tuoitre.vn)

ພ້ອມທັງສືບຕໍ່ການປະຕິບັດແຍກຫ່າງໃນສັງຄົມຢ່າງຂ້ຽວຂາດ, ທາງນະຄອນ ໂຮ້ຍອານ ຕົກລົງຫັກງົບປະມານ ພ້ອມກັບແຫຼ່ງເງິນສະໜັບສະໜູນຕ້ານໂລກລະບາດ ເພື່ອຊື້ສະບຽງອາຫານສະໜອງໃຫ້ 2.800 ຄົນຢູ່ 2 ຄຸ້ມຖະໜົນ ອານໂຮ້ຍ ພວມຖືກຈຳກັດບໍລິເວນເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ.

        ມາຮອດປະຈຸບັນ, ມີສະບຽງອາຫານນັບຫຼາຍໂຕນລວມມີ: ເຂົ້າສານ, ໝີ່, ຊີ້ນໝູ, ປາ, ຜັກສົດ… ໄດ້ແຈກຢາຍໃຫ້ປະຊາຊົນທີ່ຖືກຈຳກັດບໍລິເວນເພື່ອສະກັດກັ້ນເຊື້ອພະຍາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ