ນະຄອນຮືງອຽນ ຕັ້ງໜ້າກະກ່ຽມຈັດງານບຸນວັດທະນະທຳ ໂຟ໋ຮ໋ຽນ
(ພາບປະກອບ)
(vovworld) – ນະຄອນຮືງອຽນ ພວມກະກ່ຽມຈັດຕັ້ງບັນດາການເຄື່ອນໄຫວໃຫ້ງານບຸນວັດທະນະທຳເຂດ ໂຟ໋ຮ໋ຽນ ຢ່າງຟົດຟື້ນມ່ວນຊື່ນ ດ້ວຍບັນດາການເຄື່ອນໄຫວທີ່ອຸດົມສົມບູນ, ເຂັ້ມຄົ້ນໄປດ້ວຍສີສັນວັດທະນະທຳຂອງເຂດທົ່ງພຽງແມ່ນ້ຳແດງ ຕິດພັນກັບພື້ນຖານອະລິຍະທຳເຂົ້ານາທາມ. ຈຸດຜົ້ນເດັ່ນຂອງງານບູນແມ່ນຄໍ່າຄືນໄຂງານບູນ ດ້ວຍລາຍການສິລະປະ “ໂຟ໋ຮ໋ຽນ ແສງສະຫວ່າງໃນປະຫວັດຄວາມເປັນມາຂອງເຂດທົ່ງພຽງແມ່ນ້ຳແດງ” ເຊິ່ງພັນລະນາຮູບພາບ ໂຟ໋ຮ໋ຽນ ໃນເມື່ອກ່ອນ ດ້ວຍບັນດາໄລຍະຕ່າງໆແຫ່ງປະຫວັດສາດ ແລະ ມຸ່ງໄປສູ່ອະນາຄົດຂອງນະຄອນຮືງອຽນ ໃນປະຈຸບັນ. ງານບູນວັດທະນະທຳເຂດ ໂຟ໋ຮ໋ຽນ ຮັບປະກັນລັກສະນະກົມກຽວລະຫວ່າງພິທີ ແລະ ງານບຸນ ຜ່ານບັນດາການເຄື່ອນໄຫວພື້ນເມືອງທີ່ອຸດົມສົມບຸນ ແລະ ດຶງດູດໃຈ.