ນະຄອນໂຮ່ຈິມິນ ຈະສ້າງທົດລອງຮູບແບບເບິ່ງແຍງດູແລເຄິ່ງກິນນອນໃຫ້ເດັກຕິດເຊື້ອ HIV/AIDS

ນະຄອນໂຮ່ຈິມິນ ຈະສ້າງທົດລອງຮູບແບບເບິ່ງແຍງດູແລເຄິ່ງກິນນອນໃຫ້ເດັກຕິດເຊື້ອ HIV/AIDS - ảnh 1
(ພາບປະກອບ)

(vovworld) – ນະຄອນ​ໂຮ່ຈິ​ມິນ ຈະ​ສ້າງ​ທົດ​ລອງ​ຮູບ​ແບບ​ເບິ່ງ​ແຍງ​ດູ​ແລ​ເຄິ່ງກິນນອນ​ໃຫ້​ເດັກ​ຕິດ​ເຊື້ອ HIV/AIDS, ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ກຳນົດ​ທິດ​ຂອງ​ນະຄອນ​ໂຮ່ຈິ​ມິນ ທີ່​ໄດ້​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ “ສ້າງ​ແຜນການ​ເຄື່ອນ​ໄຫວຮ່ວມ​ປົົກປ້ອງເດັກ ຂຶ້ນ​ກັບ​ແຜນ​ຮ່າງ ​ເພື່ອນ​ຂອງ​ເດັກ​ນະຄອນ​ໂຮ່ຈິ​ມິນ ​ໄລຍະ 2015 - 2016”, ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 13/01 ຢູ່​ນະຄອນ​ໂຮ່ຈິ​ມິນ. ລາຍການ​ໂດຍ​ຄະນະ​ຄຸ້ມ​ຄອງ​​ແຜນ​ຮ່າງເພື່ອນ​ຂອງ​ເດັກ, ພະ​ແນ​ກ​ແຮງງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ນະຄອນ​​ໂຮ່ຈິ​ມິນ ສົມທົບ​ກັບ​ອົງການ Unicef ປະຈຳ​ຫວຽດນາມ ປະຕິບັດ.

        ທ່ານ​ນາງ ​ເລ​ຮົ່ງລວາ​ນ, ຫົວ​ໜ້າ​ໂຄງ​ການ​ປົກ​ປ້ອງ​ເດັກຂອງ Unicef ຖື​ວ່າ, ນະຄອນ​​ໄຮ່​ຈິ​ມິນ ຕ້ອງ​ເພີ່ມ​ທະວີ​ການ​ລົງທຶນ, ໜູນ​ຊ່ວຍ​ດ້ານ​ນະ​ໂຍບາຍ​ໃຫ້​ລະບົບ​ປົກ​ປ້ອງ​ເດັກ. ​​ເລື່ອງ​ນະຄອນ​​ໂຮ່ຈິ​ມິນ ປະຕິບັດທົດ​ລອງ​ຮູບ​ແບບ​ໜູນ​ຊ່ວຍ​ກຸ່ມ​ເປົ້າ​ໝາຍ​ເດັກທີ່​ມີ​ຄວາມສ່ຽງ​ໄພ​ສູງ​ແມ່ນ​ຈຳ​ເປັນທ່ານ​ນາງ ເລ​ຮົ່ງລວາ​ນ ​ໃຫ້​ຮູ້​ວ່າ.

        “ພວກ​ຂ້າພະ​ເຈົ້າ​ຈະ​ສຸມ​ໃສ່​ໜູນ​ຊ່ວຍ​ນະຄອນ​ໃນ​ການ​ສ້າງ​ການ​ປົກ​ປ້ອງ​ເດັກ​ຢາງ​ຮອບດ້ານ, ຊ່ວຍ​ປ້ອງ​ກັນ, ສະກັດ​ກັ້ນ​ໂດຍ​ໄວ, ຟື້ນ​ຟູ ​ແລະ ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ວົງ​ຄະນະ​ຍາດ​ໃຫ້​ເດັກ​ມີ​ສະພາບ​ຫຍຸ້ງຍາກ​ພິ​ເສດ. ການໜູນ​ຊ່ວຍ​ເດັກ​ຖືກ​ທຳ​ລຸນ, ຖືກ​ຂຸດ​ຮີດ ຈະ​ແມ່ນ​ບັນດາ​ບຸລິມະສິດຈຸດ​ສຸມ​ຂອງ​ພວກ​ຂ້າພະ​ເຈົ້າ, ພ້ອງ​ທັງ​ແມ່ນ​ການ​ປັບປຸງ​ເຄືອ​ຂ່າຍ​ພະນັກງານ, ​ເພື່ອນຮ່ວມ​ງານ​​ເຮັດ​ວຽກ​ງານ​ປົກ​ປ້ອງ​ເດັກ”.

ຂ່າວ/ບົດ​ອື່ນ