ນະຄອນໂຮ່ຈິມີນ ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ

(VOVWORLD) -ຕອນບ່າຍວັນທີ 15 ກັນຍາ, ທ່ານ ຫງວຽນທ້ຽນເຍີນ ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈິມີນ ໄດ້ໃຫ້ການຕ້ອນຮັບ ທ່ານ ຫວາງອີ ກຳມະການລັດຖະບານ, ລັດຖະມົນຕີກະຊວງການຕ່າງປະເທດຈີນ 

ພວມຢ້ຽມຢາມ ນະຄອນໂຮ່ຈິມີນ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 11 ຂອງຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ.

ນະຄອນໂຮ່ຈິມີນ ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ - ảnh 1ທ່ານ ຫງວຽນທ້ຽນເຍີນ ລຂາຄະນະພັກນະຄອນ ໂຮ່ຈິມີນ ຕ້ອນຮັບທ່ານ ຫວາງອີ ລັດຖະມົນຕີກະຊວງການຕ່າງປະເທດຈີນ 

ທ່ານ ຫງວຽນທ້ຽນເຍີນ ຕີລາຄາສູງ ຄວາມໝາຍຂອງບັນດາກອງປະຊຸມຂອງຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍຫວຽດນາມ - ຈີນ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ, ເຮັດໃຫ້ການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ສອງຝ່າຍ. ທ່ານ ຫງວຽນທ້ຽນເຍີນ ຢັ້ງຢືນວ່າ: ນະຄອນ ໂຮ່ຈິມີນ ຍາມໃດກໍ່ພ້ອມແລ້ວຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ປະກອບສ່ວນເຂົ້າໃນການພັດທະນຂອງສາຍພົວພັນຄູ່ຮ່ວມມືການຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ຈີນ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.

ສ່ວນທ່ານ ຫວາງອີ ໄດ້ຢືນຢັນວ່າຈະຊຸກຍູ້ການພົວພັນ ຈີນ - ຫວຽດນາມ ເວົ້າລວມ, ຈີນ ແລະ ນະຄອນ ໂຮ່ຈິມີນ ເວົ້າສະເພາະ ໃຫ້ນັບມື້ນັບແຫນ້ນແຟ້ນ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ. ຈີນ ພ້ອມແລ້ວຈະແບ່ງປັນບົດຮຽນກ່ຽວກັບການພັດທະນາເສດຖະກິດ, ສັງຄົມກັບຫວຽດນາມ ແລະ ນະຄອນ ໂຮ່ຈິມີນ ພ້ອມກັນຮ່ວມມືນຳມາເຊິ່ງສະຖຽນລະພາບ, ສັນຕິພາບ, ຄວາມວັດທະນາຖາວອນໃຫ້ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ