ນະຄອນໂຮ່ຈີມິນ ປະກາດບັນຊີລາຍຊື່ໂຮງແຮມທີ່ຄົບເງື່ອນໄຂຕ້ອນຮັບແຂກສາກົນ

(VOVWORLD) -ວັນທີ 18 ກຸມພາ, ພະແນກທ່ອງທ່ຽວ ນະຄອນໂຮ່ຈີມິນ ໄດ້ປະກາດບັນຊີລາຍຊື່ໂຮງແຮມທີ່ຄົບເງື່ອນໄຂເພື່ອຕ້ອນຮັບແຂກສາກົນມານະຄອນໃນໄລຍະຈະມາເຖິງ. 

ບັນຊີລາຍຊື່ໂຮງແຮມລວມມີ: InterCotinental Saigon ຢູ່ເມືອງ 1, Windsor Plaza Hotel ເມືອງ 5, Liberty Central Saigon Center ເມືອງ 1, Ramana Saigon ເມືອງ 3, Silverland Sakyo ເມືອງ 1. ພ້ອມກັນນັ້ນບັນຊີລາຍຊື່ດັ່ງກ່າວ ຍັງມີຂໍ້ມູນທີ່ຢູ່ຕິດຕໍ່ພົວພັນ ແລະ ຜູ້ຄຸ້ມຄອງຕິດຄັດພ້ອມເພື່ອຮັບໃຊ້ການໃຫ້ຄຳປຶກສາ, ແນະນຳແຂກສາກົນມານະຄອນໂຮ່ຈີມິນອີກດ້ວຍ.

ພະແນກທ່ອງທ່ຽວນະຄອນໂຮ່ຈີມິນ ຮຽກຮ້ອງໃຫ້ບັນດາວິສາຫະກິດທີ່ມີລາຍຊື່ໃນບັນຊີ ດັ່ງກ່າວ ຕ້ອງປະຕິບັດຕາມແຜນທີ່ໄດ້ຈົດທະບຽນ. ພິເສດ ຄວນຜັນຂະຫຍາຍບັນດາມາດຕະການປ້ອງກັນຕ້ານໂລກລະບາດ ແລະ ເງື່ອນໄຂ, ຂໍ້ກຳນົດຂອງຮາກຖານຮັບໃຊ້ແຂກທ່ອງທ່ຽວສາກົນຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ