ນະຄອນໂຮ່ຈີມິນ ພົບປະກັບຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເນື່ອງໃນໂອກາດວັນຊາດທີ 2 ກັນຍາ
(VOVWORLD) -ຕອນເຊົ້າວັນທີ 28 ສິງຫາ ຢູ່ນະຄອນໂຮ່ຈີມິນ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີພົບປະກັບຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຂ່ຳນັບຮັບຕ້ອນ 75 ປີ ແຫ່ງວັນການປະຕິວັດເດືອນສິງຫາ (19/8/1945 – 19/8/2020) ແລະ ວັນຊາດຫວຽດນາມ (2/9/1945 – 2/9/2020).
ຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນງານພົບປະ (ພາບ: sggp.org.vn) |
ກ່າວຄຳເຫັນທີ່ພິທີ, ທ່ານຟຸ່ງກົງຢຸງ, ຫົວໜ້າຄະນະກຳມະການ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເນັ້ນໜັກວ່າ, ພັກ ແລະ ລັດຫວຽດນາມ ຍາມໃດກໍຖືຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມ ໄດ້, ທ່ານຫວັງວ່າ ຊາວຫວຽດນາມອາໄສຢູ່ຕ່າງປະເທດ ຈະຍົກສູງຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ຮັກສາສີສັນວັດທະນະທຳ ແລະ ມູນເຊື້ອຂອງຊາດຫວຽດນາມ, ສາມັກຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນແລະກັນ, ຮັກສາຄວາມຜູກພັນກັບຄອບຄົວ, ຮັກແພງບ້ານເກີດເມືອງນອນ, ປະກອບສ່ວນສ້າງສາປະເທດຊາດ. ໃນຊຸມປີຜ່ານມາ, ຊາວຫວຽດນາມອາໄສຢູ່ຕ່າງປະເທດ ໄດ້ສືບຕໍ່ມີການປະກອບສ່ວນຢ່າງແທ້ຈິງ, ປະກອບສ່ວນເສີມຂະຫຍາຍແຫຼ່ງກຳລັງຂອງຕົນ ໃຫ້ນັບມື້ນັບຫຼາຍກວ່າໃນວິວັດການສ້າງສາ ແລະ ພັດທະນານະຄອນໃນຫຼາຍຂົງເຂດ. ເນື່ອງໃນໂອກາດນີ້, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນໂຮ່ຈີມິນ ໄດ້ປຸກລະດົມການເສັງຂຽນ ດ້ວຍຫົວຂໍ້ “ໄລຍະທາງ 15 ປີ - ຄ້າຍພັກແລ້ງຊາວໜຸ່ມເຍົາວະຊົນ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມເດີນທາງພ້ອມກັບໄວໜຸ່ມນະຄອນ.”