ນະ​ຄອນ​ໂຮ່​ຈີ​ມິ​ນ ​ເປີດ​ຕົວ ໂຄງ​ການ “ນະ​ຄອນ​ແຫ່ງ​ໄມ​ຕີ​ຈິດ - ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ”

(VOVWORLD) -ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາງ ໂຕທິບິກເຈົາ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໄດ້ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍ່ກຳນົດວ່າ ວຽກງານຫຼຸດຜ່ອນຄວາມທຸກຍາກ ແບບຍືນຍົງ ແມ່ນແຜນນະໂຍບາຍໃຫຍ່, ສຳຄັນ, ສະເໝີຕົ້ນສະເໝີປາຍ, ໃນຕະຫຼອດໄລຍະປະຕິບັດ ພາລະກິດແຫ່ງການປ່ຽນແປງໃໝ່, ກໍ່ສ້າງ ແລະ ພັດທະນາປະເທດຊາດ.
ນະ​ຄອນ​ໂຮ່​ຈີ​ມິ​ນ ​ເປີດ​ຕົວ ໂຄງ​ການ “ນະ​ຄອນ​ແຫ່ງ​ໄມ​ຕີ​ຈິດ - ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ” - ảnh 1ພິທີປຸກລະດົມເດືອນເຄື່ອນໄຫວ “ເພື່ອຄົນທຸກຍາກ” ປີ 2021 ແລະ ເປີດຕົວ ໂຄງການ “ນະຄອນ ໄມຕີຈິດ - ເຊື່ອມຕໍ່ຄວາມຮັກແພງ”  (ພາບ: TTXVN)

ຕອຍເຊົ້າວັນທີ 9 ຕຸລາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈີມິນ ແລະ ສູນສະຫວັດດີການສັງຄົມນະຄອນ ໂຮ່ຈີມິນ ໄດ້ຈັດພິທີປຸກລະດົມເດືອນເຄື່ອນໄຫວ “ເພື່ອຄົນທຸກຍາກ” ປີ 2021 ແລະ ເປີດຕົວ ໂຄງການ “ນະຄອນ ໄມຕີຈິດ - ເຊື່ອມຕໍ່ຄວາມຮັກແພງ” ດ້ວຍໂປແກຼມສະຫວັດດີການສັງຄົມຂອງ ສູນຊ່ວຍເຫຼືອສະຫວັດດີການສັງຄົມ ນະຄອນໂຮ່ຈີມິນ.

ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາງ ໂຕທິບິກເຈົາ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໄດ້ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍ່ກຳນົດວ່າ ວຽກງານຫຼຸດຜ່ອນຄວາມທຸກຍາກ ແບບຍືນຍົງ ແມ່ນແຜນນະໂຍບາຍໃຫຍ່, ສຳຄັນ, ສະເໝີຕົ້ນສະເໝີປາຍ ໃນຕະຫຼອດໄລຍະປະຕິບັດ ພາລະກິດແຫ່ງການປ່ຽນແປງໃໝ່, ກໍ່ສ້າງ ແລະ ພັດທະນາປະເທດຊາດ. ໃນໄລຍະທີ່ຜ່ານມາ, ບັນດາການເຄື່ອນໄຫວຮ່ວມແຮງຮ່ວມໃຈ ເພື່ອຄົນທຸກຍາກຢູ່ນະຄອນໂຮ່ຈີມິນ ໄດ້ຮັບຄວາມເອົາໃຈໃສ່, ສະໜັບສະໜູນຈາກທົ່ວສັງຄົມ, ບັນດາອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົນ.

ຜ່ານນັ້ນ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຮ່ວມແຮງຮ່ວມໃຈ ເບິ່ງແຍງດູແລ ເພື່ອຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນນະຄອນ, ປະກອບສ່ວນຢ່າງແທດຈິງເຂົ້າການປະຕິບັດໂຄງການເປົ້າໝາຍແຫ່ງຊາດຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ.

ທ່ານນາງ ໂຕທິບິກເຈົາໄດ້ຮຽກຮ້ອງໃຫ້ບັນດາຜູ້ໃຈບຸນ, ໃຈກູ້ສົນ, ຮ່ວມແຮ່ງມຮ່ວມໃຈຊ່ວຍເຫຼືອ ປະຊາຊົນທຸກຊັ້ນຄົນ, ວິສາຫະກິດ, ນັກທຸລະກິດ,ອົງການຈັດຕັ້ງ, ໜ່ວຍງານ, ຜູ້ໃຈບຸນໃຈກູ້ສົນ ຫວຽດນາມ ຢູ່ຕ່າງປະເທດ, ບັນດາອົງການຈັດຕັ້ງສາກົນ ສືບຕໍ່ສະໜັບສະໜູນ, ຊ່ວຍເຫຼືອຜູ້ທຸກຍາກ, ເດັກນ້ອຍກຳພ້າ, ຜູ້ມີຄວາມສ່ຽງສູງ… ມີເງື່ອນໄຂເພື່ອ ກັບຄືນສູ່ສະພາບປົກກະຕິໂດຍໄວ, ຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນໃນຊີວິດການເປັນຢູ່

ຕອບກັບ

ຂ່າວ/ບົດ​ອື່ນ