ນະຄອນໂຮ່ຈີມິນ ແລະ ກຸ່ມບໍລິສັດ Intel ຍູ້ແຮງການຮ່ວມມືພ້ອມກັນພັດທະນາ

(VOVWORLD) -   “ນະຄອນໂຮ່ຈີມິນ ຈະສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ບໍລິສັດ Intel Products ຫວຽດນາມ (IPV) ເຄື່ອນໄຫວຢ່າງມີປະສິດທິຜົນ, ຊຸກຍູ້ບັນດາການເຄື່ອນໄຫວຄົ້ນຄວ້າພັດທະນາ ແລະ ຈະຮ່ວມເດີນທາງພ້ອມກັບ Intel ໃນວິວັດການພັດທະນາຢູ່ຫວຽດນາມ”.
ນະຄອນໂຮ່ຈີມິນ ແລະ ກຸ່ມບໍລິສັດ Intel ຍູ້ແຮງການຮ່ວມມືພ້ອມກັນພັດທະນາ - ảnh 1 ທ່ານ ເລແທັງລຽມ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ ຖ່າຍຮູບເປັນທີ່ລະນຶກກັບກຸ່ມບໍລິສັດ  Intel (ພາບ: thanhuytphcm.vn

ນັ້ນແມ່ນຄໍາຢັ້ງຢືນຂອງທ່ານ ເລແທັງລຽມ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ ທີ່ການຕ້ອນຮັບທ່ານ Todd Brady, ຜູ້ອໍານວຍການຮັບຜິດຊອບດ້ານພົວພັນຕ່່າງປະເທດຂອງກຸ່ມບໍລິສັດ Intel ເຊິ່ງໄດ້ດໍາເນີນໃນຕອນບ່າຍວັນທີ 24 ກໍລະກົດ ຢູ່ນະຄອນໂຮ່ຈີມິນ. ທ່ານເລແທັງລຽມ ສະແດງຄວາມຊົມເຊີຍກຸ່ມບໍລິສັດ Intel ບໍ່ພຽງແຕ່ເອົາໃຈໃສ່ເຖິງບັນດາການເຄື່ອນໄຫວຜະລິດດໍາເນີນທຸລະກິດເທົ່ານັ້ນ ຫາກຍັງເອົາໃຈໃສ່ເຖິງການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ນະຄອນໂຮ່ຈີມິນອີກດ້ວຍ, ອັນໄດ້ປະກອບສ່ວນຍົກສູງທັກສະ ແລະ ຄຸນນະພາບຂອງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ທ້ອງຖິ່ນ ກໍຄື ເພີ່ມຄວາມສາມາດບົ່ມຊ້ອນໃນການແກ້ງແຍ້ງຂອງນະຄອນໂຮ່ຈີມິນ.

        ສ່ວນທ່ານ Todd Brady, ຜູ້ອໍານວຍການຮັບຜິດຊອບດ້ານພົວພັນຕ່່າງປະເທດຂອງກຸ່ມບໍລິສັດ Intel ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ທາງກຸ່ມບໍລິສັດຈະສືບຕໍ່ໄດ້ຮັບການໜູນຊ່ວຍ ແລະ ອໍານວຍຄວາມສະດວກຈາກນະຄອນ ໂຮ່່ຈີມິນ ໃນວິວັດການຜັນຂະຫຍາຍແຜນການເປີດກວ້າງໂຮງງານຂອງ Intel; ພ້ອມທັງໃຫ້ຄໍາໝັ້ນສັນຍາຢາກຮ່ວມມືພ້ອມກັບ ນະຄອນ ໃນບັນດາຂົງເຂດ ເຊິ່ງ Intel ມີທ່າແຮງຄືການບໍາລຸງສ້າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດທີ່ມີຄວາມສາມາດກ່ຽວກັບເຕັກໂນໂລຢີສູງ; ຄົ້ນຄວ້າພັດທະນາຕົວເມືອງອັດສະລິຍະ; ຄວາມທີ່ເໝືອນຈິງ; ພູມປັນຍາທຽມ...


ຕອບກັບ

ຂ່າວ/ບົດ​ອື່ນ