ນະ​ຄອນ​ໂຮ່​ຈີມິນ ແລະ ສິງ​ກະ​ໂປ ຊ​ຸກ​ຍູ​້​ການ​ຮ່ວມ​ມື​ພັດ​ທະ​ນາ​ເຕັກໂນ​ໂລ​ຢີ​ສູງ

(VOVWORLD) -  ສ່ວນທ່ານ Chee Hong Tat ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກຳ, ທັງເປັນລັດຖະມົນຕີກະຊວງສຶກສາ ສິງກະໂປ ມີຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງຈະສົມທົບກັບນະຄອນໂຮ່ຈີມິນເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງວິສາຫະກິດສອງຝ່າຍໃນຂົງເຂດພັດທະນາ, ຖ່າຍທອດວິທະຍາສາດ, ເຕັກໂນໂລຢີ, ພັດທະນາວິສາຫະກິດ starup
ນະ​ຄອນ​ໂຮ່​ຈີມິນ ແລະ ສິງ​ກະ​ໂປ ຊ​ຸກ​ຍູ​້​ການ​ຮ່ວມ​ມື​ພັດ​ທະ​ນາ​ເຕັກໂນ​ໂລ​ຢີ​ສູງ - ảnh 1 ການຕ້ອນຮັບຄະນະວິສາຫະກິດ ສິງກະໂປ (ພາບ: ຊວນຄູ/TTXVN)

ຕອນບ່າຍວັນທີ 15 ພຶດສະພາ, ທ່ານ ເລແທັງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Chee Hong Tat ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ, ທັງເປັນລັດຖະມົນຕີກະຊວງສຶກສາ ສິງກະໂປ, ໄດ້ນຳໜ້າຄະນະວິສາຫະກິດ ສິງກະໂປມາຢ້ຽມຢາມ ແລະເຮັດວຽກຢູ່ ນະຄອນ ໂຮ່ຈີມິນ.

        ທີ່ການເຮັດວຽກ, ທ່ານ ເລແທັງລຽມ ໃຫ້ຮູ້ວ່າ ຄາດວ່າໃນປີ 2019, ການນຳຂັ້ນສູງຂອງນະຄອນ ຈະໄປຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ, ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງຝ່າຍ ໃຫ້ຫຼາຍກ່ວາອີກ. ນະຄອນມີຄວາມປາດຖະໜາວ່າຢາກເພີ່ມທະວີການຮ່ວມມືກັບ ສິງກະໂປ ໃນຂົງເຂດຊຸກຍູ້ພັດທະນາວິສາຫະກິດ starup ປະດິດຄິດສ້າງ ແລະ ຮ່ວມມືໃນການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພັດທະນາ Logistic. ການນຳນະຄອນໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນສ້າງບັນດາເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນ, ເຄົາລົບ ສິດ ແລະ ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍຂອງບັນດານັກລົງທຶນ ສິງກະໂປ ຢູ່ ນະຄອນ.

        ສ່ວນທ່ານ Chee Hong Tat ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກຳ, ທັງເປັນລັດຖະມົນຕີກະຊວງສຶກສາ ສິງກະໂປ ມີຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງຈະສົມທົບກັບນະຄອນໂຮ່ຈີມິນເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງວິສາຫະກິດສອງຝ່າຍໃນຂົງເຂດພັດທະນາ, ຖ່າຍທອດວິທະຍາສາດ, ເຕັກໂນໂລຢີ, ພັດທະນາວິສາຫະກິດ starup

ຕອບກັບ

ຂ່າວ/ບົດ​ອື່ນ