ນະຄອນໂຮ່ຈິມິນຜັນຂະຫຍາຍ ລາຍການສັງລວມກ່ຽວກັບການປ້ອງກັນຕ້ານພະຍາດ ໂຄວິດ-19 ໃນປີ 2022-2023 ຢ່າງມີປະສິດທິຜົນ
(VOVWORLD) -ຕອນເຊົ້າວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິງຈິງ ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ ແລະ ຄວບຄຸມການລະບາດຂອງໂລກລະບາດໂຄວິດ-19, ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ ແລະ ມອບຂອງຂວັນ ໃຫ້ຖັນແຖວພະນັກງານ, ພະນັກງານແພດໝໍ, ພາລະກອນສາທາລະນະສຸກ ນະຄອນໂຮ່ຈິມິນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິງຈິງ ຢື້ຢາມຖາມຂ່າວພະນັກງານຂະແໜງສາທາລະນະສຸກນະຄອນໂຮ່ຈີມິນ (ພາບ: VGP) |
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິງຈິງ ເນັ້ນໜັກວ່າ, ປີ 2022, ຄວາມຫຍຸ້ງຍາກ, ສິ່ງທ້າທາຍຈະຫຼາຍກ່ວາ ກາລະໂອກາດ ແລະ ຄວາມສະດວກ, ໂລກລະບາດຍັງຈະມີການຜັນແປຢ່າງສັບສົນດ້ວຍບັນດາສາຍພັນໃໝ່, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ນະຄອນ ໂຮ່ຈິມິນ ບໍ່ໄດ້ຖືເບົາ, ປະໝາດ, ເສຍສະຕິລະວັງຕົວ, ສືບຕໍ່ປ້ອງກັນຕ້ານພະຍາດໃຫ້ດີກວ່າ, ຜັນຂະຫຍາຍໂຄງການການສັງລວມກ່ຽວກັບການປ້ອງກັນຕ້ານໂລກລະບາດໂຄວິດ-19 ໃນປີ 2022-2023, ໂຄງການຟື້ນຟູ ແລະພັດທະນາເສດຖະກິດສັງຄົມ ຢ່າງມີປະສິດທິຜົນ. ພິເສດ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຕ້ອງສັກວັກຊິນໃຫ້ແກ່ທຸກເປົ້າໝາຍຕາມຂໍ້ກຳນົດຢ່າງໄວກວ່າອີກ. ຍູ້ແຮງການຜັນຂະຫຍາຍການສັກວັກຊິນໃຫ້ແກ່ເດັກນ້ອຍທີ່ມີອາຍຸແຕ່ 12-17 ປີ; ສືບຕໍ່ຜັນຂະຫຍາຍບັນດາມາດຕະການຄວມຄຸມຄວາມສ່ຽງ, ປະຕິບັດຍຸດທະສາດປົກປ້ອງປະຊາຊົນນອນໃນກຸ່ມທີ່ມີຄວາມສ່ຽງສູງຢ່າງມີປະສິດທິຜົນ.