ນະຄອນໂຮ່ຈີມິນເຊີດຊູວິສາຫະກິດດີເດັ່ນ

ນະຄອນໂຮ່ຈີມິນເຊີດຊູວິສາຫະກິດດີເດັ່ນ - ảnh 1
ນະຄອນໂຮ່ຈີມິນເຊີດຊູວິສາຫະກິດດີເດັ່ນ
(ພາບ: tuoitre.vn)

(vovworld)- ໃນ​ຕອນ​ເຊົ້າ ​ວັນ​ທີ 13/10, ສະ​ຫະ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຈັດ​ພິ​ທີ​ຍ້ອງ​ຍໍ ວິ​ສາ​ຫະ​ກິດ 100 ແຫ່ງ ແລະ ​ນັກ​ທຸ​ລະ​ກິດ 100 ​ຄົນ ທີ່​ດີ​ເດັ່ນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ນັກ​ທຸ​ລະ​ກິດຫວຽ​ດ​ນາມ ຄົບ​ຮອບ 12 ປີ (13/10/2014-13/10/2016). ບັນ​ດາ​ວິ​ສາ​ຫະ​ກິ​ດນີ້ ມີ​ລາຍ​ຮ​ັບ ແລະ ຜົນ​ກຳ​ໄລ​​ລື່ນ​ກາຍແຜນ​ການ, ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ເປັນ​ຢ່າງ​ດີ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ, ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວກຸ​ສົນ​ມີ​ການ ປ່ຽນ​ແປ່ງ​ໃໝ່ ແລະ ພັດ​ທະ​ນາ​ຕາມ​ທິດ​​ຍືນຍົງ​ຢ່າງບໍ່​ຢຸດຢັ້ງ. ທ່ານ ຈິ້ງ​ຕ໋ຽນ​ຢຸງ, ປະ​ທານ​ສະ​ພາ​ບໍ​ລິ​ຫານ ​ທັງ​ເປັນຜູ້​ອຳ​ນວຍ​ການ​ໃຫຍ່ບໍ​ລິ​ສັດ​ຫຸ້ນ​ສ່ວນກົນ​ຈັກ​ການ​ຄ້າດ້າຍ​ຢຸງ ໄດ້​ຮັບ​ການ​ຍ້ອງ​ຍໍ, ​ໃຫ້​ຮູ້​ວ່າ:

        “ບົດ​ບາດ​ຂອງ​ນັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດ ແມ່ນ​ຕ້ອງ​ພັດ​ທະ​ນາ​ກ່​ວາ​ອີກ, ສ້າງ​ບໍ​ລິ​ສັດ​ທີ່​ໃຫຍ່​ໂຕເຂັ້​ມ​ແຮງ​ກ່​ວາ​ອີກ, ​ຍົກ​ສູງ​ຄຸນ​ນະ​ພາບກ່ຽວ​ກັບ​ບັນ​ດາ​ມູນ​ຄ່າ​ເພີ່ມ​, ຄຸນ​ນະ​ພາບ​ກ່ຽວ​ກັບ​ຜົນ​ສະ​ທ້ອນ​ເຖິງ​ປະ​ຊາ​ຄົມ​ສັງ​ຄົມ”. ພວກ​ຂ້າ​ພະ​ເຈົ້າ​ ຈະ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ ໃຫ້​ເຂັ້​ມ​ແຂງ  ​ກ່​ວາ​ອີກ, ສາ​ມາດ​ສ້າງ​ວຽກ​ເຮັດ​ງານ​ທຳໃຫ້​ຄົນ​ງານ​ປະ​ມານ 5-10 ພັນຄົນ.

ຂ່າວ/ບົດ​ອື່ນ