ນະຄອນໂຮ່ຈິມິນແລະນະຄອນJohannesburg-ອາຟລິກາໃຕ້ຊຸກຍູ້ການຮ່ວມມື

ນະຄອນໂຮ່ຈິມິນແລະນະຄອນJohannesburg-ອາຟລິກາໃຕ້ຊຸກຍູ້ການຮ່ວມມື - ảnh 1
ທ່ານ​ນາງ ຫງວຽນ​ທິກ​ວຽດ​ເຕີມ,
ປະທານ​ສະພາ​ປະຊາຊົນ​ນະ​ຄອນ​ໂຮ​່ຈິ​ມິນ
(ພາບປະກອບ)


(vovworld) – ວັນ​ທີ 19/08, ທ່ານ​ນາງ ຫງວຽນ​ທິກ​ວຽດ​ເຕີມ, ປະທານ​ສະພາ​ປະຊາຊົນ​ນະ​ຄອນ​ໂຮ​່ຈິ​ມິນ ​ໄດ້​ໃຫ​້ການ​ຕ້ອນຮັບ​ຄະນະ​ຜູ​້​ແທນ​ຂັ້ນ​ສູງ​ສະພາ​ປະຊາຊົນ​ນະຄອນ Johannesburg (ປະ​ເທດສ.ອາ​ຟລິ​ກາ​​ໃຕ້) ​ໂດຍ​ທ່ານ​ນາງ Constance Bontle Bapela, ປະທານ​ສະພາປະຊາຊົນ​ນະຄອນ​ນຳ​ໜ້າ, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ​​ໂຮ່ຈິ​ມິນ. ທີ່​ການ​ຕ້ອນຮັບ, ທ່ານ​ນາງ ຫງວຽນ​ທິກ​ວຽດ​ເຕີມ ຖື​ວ່າ, 2 ຝ່າຍ​ສາມາດ​ແບ່ງປັນ​ບົດຮຽນ​ໃນ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ທີ່​ກອງ​ປະຊຸມສະພາ​​ແຫ່ງ​ຊາດຂອງ 2 ອົງການ​ໂດຍ​ປະ​ຊາ​ຊົນ​ເລືອກ​ຕັ້ງ​. ທ່ານ​ນາງ ຫງວຽນ​ທິກ​ວຽດ​ເຕີມ ​ເນັ້ນ​ໜັກ​ວ່າ, ​ໃນ​ໄລຍະ​ຈະ​ມາ​​ເຖິງ, 2 ຝ່າຍ​ຕ້ອງ​ຊຸກ​ຍູ້, ສົມທົບ​ກັນ​ກວ່າ​ອີກເພື​່ອປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ, ຫວັງ​ວ່າການ​ຮ່ວມ​ມື​ຈະ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດ​ທິຜົນ​ກວ່າ.

        ທ່ານ​ນາງ Constance Bontle Bapela ສະ​ເໜີ 2 ນະຄອນ, ຕ້ອງ​ຊອກ​ຫາ​ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ຜັນ​ຂະຫຍາຍ​ບົດ​ບັນທຶກ​ຊ່ວຍ​ຈຳ​ທີ່​ໄດ້​ລົງ​ນາມ​ແລ້ວ, ​ໃນ​ນັ້ນ​ສະພາ​ປະຊາຊົນ 2 ຝ່າຍ​ມີ​ບົດບາດ​ສຳຄັນ​ພິ​ເສດ.

ຂ່າວ/ບົດ​ອື່ນ