ນະຄອນໂຮ່ຈີມິນແລະບັງກຼາເທດແບ່ງປັນບົດຮຽນໃນຂົງເຂດບໍລິຫານລັດ

ນະຄອນໂຮ່ຈີມິນແລະບັງກຼາເທດແບ່ງປັນບົດຮຽນໃນຂົງເຂດບໍລິຫານລັດ - ảnh 1
ທ່ານ​ນາງເຈືອງ​ທິ​ແອ໋ງຮອງ​ປະທານ​ສະພາ​ປະຊາຊົນ​ນະຄອນໂຮ່ຈີ​ມິນ
(ພາບ: htv.com.vn)


(vovworld) – ​ ​ ຕອນບ່າຍ​ວັນ​ທີ 21/9, ທ່ານ​ນາງ ​ເຈືອງ​ທິ​ແອ໋ງ ຮອງ​ປະທານ​ສະພາ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ບັງ​ກຼາ​ເທດ, ​ໂດຍ​ທ່ານ Ashequr Rahman ປະທານ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ບັງ​ກຼາ​ເທດ, ຮັບ​ຜິດ​ຊອບ​ກະຊວງ​ບໍລິຫານ​ລັດ ບັງ​ກຼາ​ເທດ ນຳ​ໜ້າ, ມາ​ຊອກ​ຮູ້​ກ່ຽວ​ກັບ​ບົດຮຽນ​ຮັບ​ສະໝັກ, ຄຸ້ມ​ຄອງ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ຂອງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ​ເນື້ອ​ໃນ​ການ​ປະຕິ​ຮູບດ້ານ​ການ​ບໍລິຫານ, ລັດຖະບານ​ເອ​​ເລກ​ໂຕ​ນິກ. ທ່ານ Ashequr Rahman ຕີ​ລາຄາ​ສູງ​ການ​ພັດທະນາ​ແຮງ​​ດ້ານ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ​ເວົ້າ​ລວມ ​ແລະ ນະຄອນ​ໂຮ່ຈີ​ມິນ ​ເວົ້າ​ສະ​ເພາະ, ຖື​ວ່າ ຫວຽດນາມ ​ແລະ ບັງ​ກຼາ​ເທດ ມີ​ຫລາຍ​ຈຸດທີ່​ຄ້າຍຄື​ກັນ ​ເຊິ່ງສາມາດ​ຖອດ​ຖອນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ​ໃນ​ວິວັດ​ການ​ພັດທະນາ​ໄດ້. ທ່ານ Ashequr Rahman ຮັບ​ຮູ້ ນະຄອນ ​ໂຮ່ຈີ​ມິນ ​ແມ່ນ​ໜຶ່ງ​ໃນບັນດາ​ ແບບ​ຢ່າງທີ່​ດີ​ເດັ່ນຂອງ ຫວຽດນາມ ກ່ຽວ​ກັບ​ການ​ປະຕິ​ຮູບດ້ານ​ການບໍລິຫານ ​ແລະ ນີ້​ແມ່ນ​ບັນດາ​ບົດຮຽນ​ອັນ​ລ້ຳ​ຄ່າ ​ເພື່ອ ບັງ​ກຼາ​ເທດ ສາມາດ​ຮຳ່ຮຽນ​ເອົາ​ບົດຮຽນ​ເພື່ອ​ໝູນໃຊ້​​​ເຂົ້າໃນພຶດຕິ​ກຳ​ຕົວ​ຈິງ.

ຂ່າວ/ບົດ​ອື່ນ