ນະຄອນໂຮ່ຈີມິນໄຂງານບຸນເສື້ອຍາວຄັ້ງທີ6

(VOVWORLD) -ງານບຸນເສື້ອຍາວນະຄອນໂຮ່ຈີມິນ ຄັ້ງທີ 6 ຖືກໄຂຂຶ້ນໃນຕອນຄ່ຳວັນທີ 2 ມີນາ ດ້ວຍຫົວຂໍ້ “ຄວາມສະເຫນ່ຂອງເສື້ອຍາວນະຄອນໂຮ່ຈີມິນ”.
ນະຄອນໂຮ່ຈີມິນໄຂງານບຸນເສື້ອຍາວຄັ້ງທີ6  - ảnh 1ພິທີໄຂງານບຸນເສື້ອຍາວຄັ້ງທີ6  

ມາຮ່ວມງານບຸນ, ຜູ້ຊົມຍັງໄດ້ເຫັນປະຈັກຕາບັນດາປະມວນຊຸດເສືື້ອຍາວທີ່ເປັນເອກະລັກສະເພາະຂອງນັກອອກແບບແຖວຫນ້າ ໃນທົ່ວປະເທດ 26 ຄົນ ແລະ ການເຂົ້າຮ່ວມ ເປັນຄັ້ງທຳອິດ ຂອງນັກອອກແບບ ສເກົາຫລີ. ທ່ານນາງ ຫງວຽນທິແອັງຮວາ, ຮອງຫົວຫນ້າພະແນກທ່ອງທ່ຽວນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:

“ໃນປະມວນຊຸດເສື້ອຍາວຂອງບັນດານັກອອກແບບທີ່ມີຊື່ສຽງ ມີບາງຊຸດເສື້ອຍາວສະແດງໃຫ້ເຫັນຫົວເລື່ອງ ປົກປັກຮັກສາສິ່ງແວດລ້ອມ ກໍຄື ການເດີນແຟຊັນເສື້ອຍາວຢູ່ຖະຫນົນ ຍ່າງຫງວຽນເຫ້ວ.”

ງານບຸນເສື້ອຍາວ ນະຄອນໂຮ່ຈິມີນ ປີນີ້ ດຳເນີນໄປແຕ່ວັນທີ 2- 17 ມີນາ ແລະ ຖືກຈັດຂຶ້ນຢູ່ບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ນະຄອນ ໂຮ່ຈິມີນ ຫລາຍແຫ່ງ. ງານບຸນເສື້ອຍາວ ໄດ້ກາຍເປັນການເຄື່ອນໄຫວປະຈຳປີ ຢືນຢັນເຖິງເຄື່ອງໝາຍການຄ້າແມ່ນຜະລິດຕະພັນທ່ອງທ່ຽວວັດທະນະທຳທີ່ເປັນເອກະລັກສະເພາະຂອງນະຄອນໂຮ່ຈິມີນ.

ແລະກໍ່ໃນຕອນເຊົ້າວັນທີ 3 ມີນາ ມີແມ່ຍິງນະຄອນ ໂຮ່ຈິມີນ ກວ່າ 3000 ຄົນໄດ້ເຂົ້າຮ່ວມງານບຸນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ