ນະຄອນໂຮມຊຂອງ ຊີຣີໄດ້ຮັບການປົດປ່ອຍ
ນະຄອນໂຮມຫຼັງສົງຄາມ
(ພາບ: Flickr)
(vovworld)- ທ່ານ Talal ai Barazi ເຈົ້າຄອງນະຄອນໂຮມຊ ຂອງຊີຣີ ໄດ້ໃຫ້ຮູ້ວ່າ: ວັນທີ 9/5, ບັນດາມືປືນສຸດທ້າຍໄດ້ຖອນອອກຈາກກຳແພງເກົ່າ ໂຮມຊ, ມອບສິດຄວບຄຸມໃຫ້ແກ່ທະຫານຂອງອຳນາດການປົກຄອງ, ຜູ້ທີ່ບຸກເຂົ້ານະຄອນ ແຫ່ງນີ້ເປັນເທື່ອທຳອິດໃນຮອບເວລາ 2 ປີຜ່ານມາ. ການກະທຳດັ່ງກ່າວເກີດຂຶ້ນຕາມຂໍ້ຕົກລົງທີ່ຫາກໍ່ໄດ້ຮັບການລົງນາມລະຫວ່າງກຳລັງຕ້ານອຳນາດການປົກຄອງຊີຣີ ເພື່ອແນໃສ່ຖອນປະຊາຊົນປະມານ 2250 ຄົນຈາກເຂດກຳແພງເກົ່າ ໄປເຂດຊົນນະບົດຢູ່ທ່າງທິດເໜືອນະຄອນໂຮມຊ, ໝາຍຄວາມວ່າ: ເລື່ອງກອງທັບຂອງປະທານາທິບໍດີ Bashar al Assad ຈະຍາດເອົາສິດຄວບຄຸມນະຄອນຍຸດທະສາດແຫ່ງນີ້ພາຍຫຼັງດຳເນີນການປິດລ້ອມນັບແຕ່ເດືອນ 6/2012.
ໃນຂະນະນັ້ນ, ຕາມບັນດາສຳນັກຂ່າວສານມີໜ້າຢູ່ນະຄອນໂຮມຊ, ເປັນເທື່ອທຳອິດທີ່ປະຊາຊົນນັບຮ້ອຍຄົນຖືກເສຍເຮືອນຢູ່ຍ້ອນການໃຊ້ຄວາມຮຸນແຮງທີ່ແກ່ຍາວໃນເວລາ 3 ປີຜ່ານມາຢູ່ນະຄອນໂຮມຊ ໄດ້ກັບຄືນເມືອນະຄອນບ້ານເກີດເມືອງນອນ ໃນຂະນະທີ່ກອງທັບຊີຣີ ຍາດສິດຄວບຄຸມຄືນໃໝ່./.