ນະໂຍບາຍສະເໝີຕົ້ນສະເໝີປາຍແມ່ນເຄົາລົບແລະຮັບປະກັນບັນດາສິດເສລີໃນການເຫຼື້ອມໃສ,ສາສະໜາຂອງພົນລະເມືອງ
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີງ
(vovworld) - ວັນທີ 19/08/20146, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງວັນທີ 10/08/2016 ກະຊວງການຕ່າງປະເທດ ອາເມລິກາ ອອກ “ບົດລາຍງານກ່ຽວກັບເສລີພາບທາງສາສະໜາສາກົນປີ 2015”, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີງ ຊີ້ແຈ້ງວ່າ:
“ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດ ຫວຽດນາມ ແມ່ນເຄົາລົບ ແລະ ຮັບປະກັນບັນດາສິດເສລີໃນການເຫຼື້ອມໃສ, ສາສະໜາຂອງພົນລະເມືອງ. ສິ່ງດັ່ງກ່າວໄດ້ລະບຸແຈ້ງໃນລັດຖະທຳມະນູນ, ລະບົບກົດໝາຍຂອງ ຫວຽດນາມ ແລະ ໄດ້ຮັບການຮັບປະກັນ, ເຄົາລົບໃນສະພາບຕົວຈິງ.
ກົດໝາຍ ຫວຽດນາມ ຫ້າມການຈຳແນກປະພຶດສຳລັບພົນລະເມືອງ ຍ້ອນມີການເຫຼື້ອມໃສ, ສາສະໜາ. ລັດ ຫວຽດນາມ ໄດ້ ແລະ ພວມປະຕິບັດນະໂຍບາຍ ແລະ ມາດຕະການລະອຽດຫລາຍຢ່າງ ເພື່ອຮັບປະກັນປະຊາຊົນໄດ້ຊົມໃຊ້ບັນດາສິດເສລີໃນການເຫຼື້ອມໃສ, ສາສະໜາຢ່າງຄົບຖ້ວນ. ຍ້ອນສິ່ງດັ່ງກ່າວ ໄດ້ສ້າງຊີວິດທາງດ້ານສາສະໜາ, ການເຫຼື້ອມໃສ ທີ່ອຸດົມສົມບຸນ, ມີຊີວິດຊີວາທີ່ສຸດຢູ່ ຫວຽດນາມ.
ຫວຽດນາມ ຮັບຮູ້ບາງການດັດປັບໃນບົດລາຍງານກ່ຽວກັບສະພາບການເສລີພາບທາງ ສາສະໜາສາກົນປີ 2015 ຂອງກະຊວງການຕ່າງປະເທດ ອາເມລິກາ ເມື່ອທຽບໃສ່ກັບບັນດາບົດລາຍງານເກົ່າ, ແຕ່ວ່າ ເປັນໜ້າເສຍດາຍບົດລາຍງານຍັງສືບຕໍ່ຍົກອອກບາງການຕີລາຄາຂາດພາວະວິໄສ, ຄັດສະເໜີຂໍ້ມູນຂ່າວທີ່ຜິດເຂວກ່ຽວກັບ ຫວຽດນາມ. ”