ນໍາການພົວພັນລະຫວ່າງຫວຽດນາມ ແລະ ຈີນສືບຕໍ່ພັດທະນາສະຖຽນລະພາບ, ປອດໃສໃນໄລຍະຈະມາເຖິງ

(VOVWORLD) -ໂດຍປະຕິບັດຂໍ້ຕົກລົງຂອງການນໍາຂັ້ນສູງສອງພັກ, ສອງລັດ ຫວຽດນາມ - ຈີນ, ທ່ານ ເຈີ່ນກັວກເວື້ອງ, ກໍາມະການກົມການເມືອງ, ຜູ້ປະຈໍາຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ມີການຢ້ຽມຢາມຈີນ ແຕ່ວັນທີ 19 - 23 ສິງຫາ.
ນໍາການພົວພັນລະຫວ່າງຫວຽດນາມ ແລະ ຈີນສືບຕໍ່ພັດທະນາສະຖຽນລະພາບ, ປອດໃສໃນໄລຍະຈະມາເຖິງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ຕ້ອນຮັບທ່ານ ເຈີ່ນກັວກເວື້ອງ  

 (ພາບ: Luong Tam/TTXVN)

ຕອນບ່າຍວັນທີ 20 ສິງຫາ, ຢູ່ນະຄອນຫຼວງປັກກິ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ໄດ້ໃຫ້ການຕ້ອນຮັບທ່ານ ເຈີ່ນກັວກເວື້ອງ ພ້ອມດ້ວຍຄະນະຢ່າງສະໜິດສະໜົມ. ທີ່ການຕ້ອນຮັບ, ທ່ານເຈີ່ນກັວກເວື້ອງ ຖືເປັນກຽດສົ່ງຄວາມຢື້ຢາມຖາມຂ່າວ ແລະ ຄໍາອວຍພອນອັນປະເສີດຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ມາຍັງທ່ານ ເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ.  ທ່ານ ເຈີ່ນກັວກເວື້ອງ ສະເໜີໃຫ້ສອງຝ່າຍ ປະຕິບັດການຮັບຮູ້ລວມຂອງການນໍາຂັ້ນສູງສອງພັກ, ສອງລັດ ໃຫ້ເປັນຢ່າງດີ ແລະ ມີປະສິດທິຜົນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃຫ້ມີປະສິດທິຜົນ, ແກ້ໄຂບັນດາບັນຫາຢູ່ເຂດທະເລໃຫ້ສົມເຫດສົມຜົນ, ຮັກສາທ່ວງທ່່າພັດທະນາຂອງການພົວພັນສອງປະເທດ ແລະສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃນພາກພື້ນໃຫ້ໝັ້ນຄົງ.

        ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ເໜັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນຈີນ ຖືການພົວພັນກັບຫວຽດນາມເປັນສໍາຄັນ, ພ້ອມແລ້ວທີ່ຈະພ້ອມກັບພັກ, ລັດ ແລະປະຊາຊົນຫວຽດນາມ ປັບປຸງ ແລະ ພັດທະນາການພົວພັນລະຫວ່າງສອງພັກ, ສອງລັດຕາມທິດນໍາຖານບ້ານໃກ້ເຮືອນຄຽງມິດຕະພາບ, ຮ່ວມມືຮອບດ້ານຢ່າງບໍ່ຢຸດຢັ້ງ, ສະຖຽນລະພາບຍາວນານ, ມຸ່ງໄປເຖິງອະນາຄົດ ແລະ ຈິດໃຈບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ. ພ້ອມທັງ, ມີຄວາມປາດຖະໜາວ່າ ສອງຝ່າຍສືບຕໍ່ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການເຊື່ອມຕໍ່ຍຸດທະສາດ, ຍູ້ແຮງການພົວພັນແລກປ່ຽນປະຊາຂົນ, ວັດທະນະທໍາ, ນໍາການພົວພັນຂອງສອງພັກ, ສອງລັດສືບຕໍ່ພັດທະນາຢ່າງມີສະຖຽນລະພາບ ແລະ ປອດໃສໃນໄລຍະຈະມາເຖິງ.

        ແລະກໍໃນວັນດຽວກັນ, ຢູ່ຫໍສະພາປະຊາຊົນ ຈີນ, ທ່ານເຈີນກັວກເວື້ອງ ໄດ້ມີການເຈລະຈາກັບ ທ່ານຫວາງຄູໜິງ, ກໍາມະການຜູ້ປະຈໍາການກົມການເມືອງ, ຄະນະເຂລາສູນກາງພັກກອມມູນິດ ຈີນ. ນະທີ່ນີ້, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງພັກແຕ່ລະພັກ,  ແຕ່ລະປະເທດໃນໄລຍະຜ່ານມາ. ຕີລາຄາໝາກຜົນບັນລຸໄດ້ ແລະ ບັນຫາຍັງຄົງຄ້າງໃນການພົວພັນ ລະຫວ່າງຫວຽດນາມ - ຈີນ ໃນໄລຍະຜ່ານມາ, ປຶກສາຫາລືມາດຕະການ ເພື່ອແນໃສ່ປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ ຢ່າງຄົບຖ້ວນ ແລະ ເຂັ້ມງວດ, ແກ້ໄຂບັນດາບັນຫາທະເລ ຢ່າງສົມເຫດສົມຜົນ, ຍົກສູງການຮ່ວມມືຢ່າງແທດຈິງ ແລະ ຕ່າງຝ່າຍຕ່າງມີຄວາມສົນໃຈ.

ນໍາການພົວພັນລະຫວ່າງຫວຽດນາມ ແລະ ຈີນສືບຕໍ່ພັດທະນາສະຖຽນລະພາບ, ປອດໃສໃນໄລຍະຈະມາເຖິງ - ảnh 2ທ່ານເຈີນກັວກເວື້ອງກໍາມະການກົມການເມືອງ, ຜູ້ປະຈໍາຄະນະເລຂາສູນກາງພັກກອມມູນິດຫວຽດນາມ ເຈລະຈາກັບ ທ່ານຫວາງຄູໜິງ, ກໍາມະການຜູ້ປະຈໍາການກົມການເມືອງ, ຄະນະເຂລາສູນກາງພັກກອມມູນິດ ຈີນ

(ພາບ: Luong Tam/TTXVN)

ນອກຈາກນັ້ນ, ໃນການຢ້ຽມຢາມຄັ້ງນີ້, ທ່ານເຈີ່ນກັວກເວື້ອງ ກໍໄດ້ມີການພົບປະ ແລະ ເຮັດວຽກກັບບາງອົງການຈັດຕັ້ງຂຶ້ນກັບສູນກາງພັກກອມມູນິດຈີນ ກ່ຽວກັບບັນດາບັນຫາ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ມີການຢ້ຽມຢາມ, ເຮັດວຽກກັບສະຖານທູດຫວຽດນາມປະຈໍາຈີນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ