(vovworld) - ວັນທີ 7/4, ກ່າວຄຳເຫັນທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ ທີ່ພວມຢ້ຽມຢາມຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ທ້ອງຖີ່ນຕ່າງໆຂອງຫວຽດນາມຂອງທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ, ຖືນີ້ແມ່ນໂອກາດ ເພື່ອໃຫ້ 2 ຝ່າຍແລກປ່ຽນບົດຮຽນໃນການພັດທະນາເສດຖະກິດ - ສັງຄົມ, ກວດກາຄືນການຜັນຂະຫຍາຍປະຕິບັດບັນດາສັນຍາຂັ້ນສູງລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີNguyen Tan Dung ຢືນຢັນວ່າ: ຫວຽດນາມຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດແກ່ການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ - ລາວ, ຖືນີ້ແມ່ນຊັບສົມບັດອັນລ້ຳຄ່າຕ້ອງໄດ້ຮັບການຮັກສາ ແລະ ສືບທອດໃຫ້ຄົນລຸ້ນຕໍ່ໄປ.