ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມກອງປະຊຸມສຸດຍອດ
ແມ່ຂອງ ຍີ່ປຸ່ນ ຄັ້ງທີ 4
|
(vovworld) - ຕອນເຊົ້າວັນທີ 21/4 ຢູ່ຫ້ອງຮັບແຂກຂອງລັດຖະບານ ຍີ່ປຸ່ນ ຢູ່ ໂຕກຽວ ໄດ້ດຳເນີນບັນດາວາລະປະຊຸມຂອງກອງປະຊຸມສຸດຍອດ ແມ່ຂອງ ຍີ່ປຸ່ນ ຄັ້ງທີ 4. ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫລັງກອງປະຊຸມ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຢືນຢັນວ່າ: ໝາກຜົນພົ້ນເດັ່ນຂອງກອງປະຊຸມຄັ້ງນີ້ ແມ່ນເລື່ອງຮັບຮອງເອົາຍຸດທະສາດ ໂຕກຽວ ກັບສາມທິດແຫ່ງການຮ່ວມມືຕົ້ນຕໍ.ນັ້ນແມ່ນເພີ່ມທະວີການເຊື່ອມຈອດໃນພາກພື້ນແມ່ນ້ຳຂອງ ແລະ ລະຫວ່າງແມ່ຂອງກັບບັນດາປະເທດພາຍນອກ ເພື່ອຂຸດຄົ້ນທີ່ຕັ້ງຍຸດທະສາດຂອງພາກພື້ນ, ສ້າງຄວາມສະດວກໃຫ້ແກ່ບັນດາການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນ, ເພີ່ມທະວີການຮ່ວມສຳພັນຂອງພາກພື້ນແມ່ຂອງກັບທົ່ວໂລກ. ບັນດາປະເທດລຸ່ມແມ່ນ້ຳຂອງ ແລະ ຍີ່ປຸ່ນ ເຫັນດີ ຍູ້ແຮງການຮ່ວມມືໃນການລົງທຶນ ແລະ ການຄ້າ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຖືບົດບາດຂອງພາກເອກະຊົນ ແລະ ມານະພະຍາຍາມສ້າງຄວາມສະດວກກວ່າອີກໃຫ້ແກ່ການເຄື່ອນໄຫວຂອງບັນດາວິສາຫະກິດ, ເພີ່ມທະວີການຮ່ວມມືໃນພາກລັດ ແລະ ເອກະຊົນໃນພາກພື້ນ. ບັນດາປະເທດກໍເປັນເອກະພາບກັນໃນການເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືຢ່າງແທດຈິງ ແລະ ລະອຽດ ໃນການນຳໃຊ້, ອະນຸລັກຮັກສາ ແລະ ຄຸ້ມຄອງແຫລ່ງນ້ຳແມ່ຂອງແບບຍືນຍົງ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນວ່າ:
“ຫວຽດນາມ ໄດ້ຍົກອອກຂໍ້ລິເລີ່ມພັດທະນາລະບົບຂົນສົ່ງຫລາຍຮູບການ ເພື່ອນຳໃຊ້ຕາຫນ່າງແມ່ນ້ຳລຳເຊ, ສົມທົບ ແລະ ຫນູນຊ່ວຍໃຫ້ແກ່ການຂົນສົ່ງທາງບົກ ແລະ ທາງທະເລ, ສ້າງຄວາມສະດວກໃຫ້ແກ່ຂະແຫນງທ່ອງທ່ຽວ, ການຈໍລະຈອນສິນຄ້າ, ຫລຸດຜ່ອນລາຍຈ່າຍ ແລະ ເວລາຂົນສົ່ງ, ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມຜ່ານການຫລຸດຜ່ອນອາຍເສຍທາງຄົມມະນາຄົມ. ຂໍ້ລິເລີ່ມນີ້ໄດ້ຮັບການສະຫນັບສະຫນູນຈາກກອງປະຊຸມ ແລະ ຈະໄດ້ຮັບການປະຕິບັດເທື່ອລະກ້າວ.”
ໝາກຜົນທີ່ພົ້ນເດັ່ນໃນກອງປະຊຸມຄັ້ັ້ງນີ້ ນັ້ນແມ່ນທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Yoshihiko Noda ໄດ້ຢືນຢັນວ່າ ລັດຖະບານຍີ່ປຸ່ນ ຈະສະຫງວນເງິນຈຳນວນ 600 ຕື້ເຢັນ ເພື່ອຫນູນຊ່ວຍບັນດາປະເທດແມ່ຂອງ ໃນໄລຍະ 2013 -2015 ພ້ອມທັງສະເຫນີ 57 ໂຄງການດ້ວຍຍອດລາຍຈ່າຍ 2.300 ຕື້ເຢັນ, ໃນນັ້ນ ມີ 26 ໂຄງການໄດ້ຮັບການຜັນຂະຫຍາຍຢູ່ ຫວຽດນາມ.
ກອງປະຊຸມແມ່ຂອງ ຍີ່ປຸ່ນ ຄັ້ງທີ 4 ກໍໄດ້ແລກປ່ຽນບາງບັນຫາຢູ່ ພາກພື້ນ ແລະ ສາກົນ ຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ເຕື້ອງເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລຢູ່ ທະເລຕາເວັນອອກ.“
ນັກຂ່າວ Thanh Chung