ນາຍົກລັດຖະມົນຕີ Nguyen Tan Dung ເຮັດວຽກຢູ່ແຂວງ ຕຽນຢາງ
ນາຍົກລັດຖະມົນຕີ Nguyen Tan Dung ເຮັດວຽກຢູ່ແຂວງ ຕຽນຢາງ
(ພາບ: chinhphu.vn)
(vovworld) - ຕອນບ່າຍວັນທີ 19/5, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ພ້ອມກັບຄະນະປະຕິບັດງານລັດຖະບານໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຕຽນຢາງ ກ່ຽວກັບສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມໄລຍະ 4 ເດືອນຕົ້ນປີ, ເປັນເອກະພາບການກຳນົດທິດ ແລະ ບັນດາມາດຕະການຈຸດສຸມ ສຸມໃສ່ບໍລິຫານໃນໄລຍະຈະມາເຖິງ. ສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຊີ້ແຈງວ່າ: ຢາກພັດທະນາໄວ ແລະ ຍືນຍົງ, ກ້າວຂຶ້ນສູ່ການຫັນປະເທດເປັນປະເທດອຸດສາຫະກຳ, ທັນສະໄໝ ຕ້ອງສຸມໃສ່ 3 ບາດກ້າວບຸກທະລຸນັ້ນແມ່ນ: ພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນູດ ແລະ ກົນໄກເສດຖະກິດການຕະຫຼາດປຸກລະດົມບັນດາແຫຼ່ງກຳລັງເພື່ອພັກທະນາ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ກ່າວວ່າ:
“ປະຈຸບັນບັນຫາເຄັ່ງຮ້ອນກ່ວາໝູ່ກ່ຽວກັບພື້ນຖານໂຄງລ່າງບໍ່ພຽງແຕ່ແມ່ນຂອງແຂວງ ຕຽນຢາງ ເທົ່ານັ້ນ ຫາກຍັງຂອງທົ່ວເຂດທົ່ງພຽງແມ່ນ້ຳຂອງ ກ່ຽວກັບການຂົນສົ່ງທາງນ້ຳ ແມ່ນຄອງ ເຈີ້ງ້າວ - ຄອງດັ່ງກ່າວຄືດັ່ງຄອງ ຊູເອ ຂອງ ອີຢິບ. ສິນຄ້າທັງໝົດທີ່ຂົນສົ່ງຈາກນະຄອນ ໂຮ່ຈີມິນ ໄປຍັງເຂດທົ່ວພຽງແມ່ນ້ຳຂອງລ້ວນແຕ່ຕ້ອງຜ່ານຄອງ ເຈີ້ງ້າວ ແລະ ບໍ່ມີຄອງແຫ່ງໃດໃນເຂດສາມາດຂົນສົ່ງສິນຄ້າໄດ້ຫຼາຍຄືແນວນັ້ນ. ຂ້າພະເຈົ້າສະເໜີໃຫ້ກະຊວງແຜນການ ແລະ ການລົງທຶນ ຮັບຜິດຊອບພ້ອມກັບກະຊວງຄົມມະນາຄົມ, ກະຊວງການເງິນ ຄິດໄລ່ຈັດແບ່ງທຶນຮອດປີ 2015 ແມ່ນຕ້ອງແກ້ໄຂ, ລົງທຶນ, ຍົກລະດັບຄອງ ເຈີ້ງ້າວໂດຍພື້ນຖານ”