ນາຍົກລັດຖະມົນຕີ ກຳປູເຈຍ ຢ້ຽມຢາມລາວ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ກຳປູເຈຍ ຢ້ຽມຢາມລາວ ຢ່າງເປັນທາງການ - ảnh 1

ພິທີຕ້ອນຮັບ​ນາຍົກລັດຖະມົນຕີກຳປູ​ເຈຍ ​ຮຸນ​ແຊນ
ຢູ່ສຳນັກງານນາຍົກລັດຖະມົນຕີ

 (ພາບ: Hoàng Chương/Vietnam+)

(vovworld) - ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ ​ຮຸນ​ແຊນ ​​ໄດ້ໄປ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 6-7/2 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ​ທຳ​ມະ​ວົງ.

ທີ່​ການ​ເຈລະຈາ​ໃນ​ວັນ​ທີ 6/2, ທ່ານ​ນາຍົກລັດຖະມົນຕີ ​ຮຸນ​ແຊນ ​ແລະ ທ່ານ​ນາຍົກລັດຖະມົນຕີທອງ​ສິງ​ທຳ​ມະ​ວົງ ​ໄດ້​ແຈ້ງ​ໃຫ້​ກັນຊາ​ບ ສະພາບ​ພັດທະນາ​ເສດຖະກິດ - ສັງຄົມ​ຢູ່​ແຕ່ລະ​ປະ​ເທດ, ພ້ອມ​ທັງ​ຢືນຢັນ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ ກໍ່​ຄື​ຫຼາຍ​ຝ່າຍ. ນາຍົກລັດຖະມົນຕີທັງສອງ​ທ່ານ ​ເນັ້ນ​ໜັກ​ເຖິງ​ເລື່ອງ​ສືບ​ຕໍ່​ຊຸກຍູ້​ຂະ​ແໜງ​ການ​ຕ່າງໆ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​ຄະນະ​ກຳມະການ​ຮ່ວມ​ມື​ລາວ - ກຳປູ​ເຈຍ, ກຳປູ​ເຈຍ - ລາວ ຄັ້ງ​ທີ 12. ທັງ​ສອງ​ຝ່າຍ​ກໍ່​ຢືນຢັນ​ວ່າ, ການ​ຢ້ຽມຢາມ​ຄັ້ງ​ນີ້ ບໍ່​ພຽງ​ແຕ່​ເປັນ​ຂີດ​ໝາຍ​ແຫ່ງ​ການ​ເພີ່ມ​ທະວີ ​ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກ່ຽວ​ກັບ​ການພົວພັນ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ໃນ​ຄອບຄົວ​ອາ​ຊຽນອີກ​ດ້ວຍ.

        ພາຍຫຼັງ​ການ​ເຈລະຈາ, ນາຍົກລັດຖະມົນຕີທັງສອງ​ທ່ານ ​ໄດ້​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ 7 ສະບັບ ​ໃນ​ຂົງ​ເຂດສາທາລະນະ​ສຸກ, ກົດໝາຍ, ຍຸຕິ​ທຳ, ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ກໍ່​ຄື​ການ​ສ້າງ​ຕັ້ງ​ສະຖານກົງສູນ​ ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ