ນາຍົກລັດຖະມົນຕີ ກຳປູເຈຍ ສະໜັບສະໜູນການເພີ່ມທະວີການຮ່ວມມືກັບ ຫວຽດນາມ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳ
(VOVWORLD) - ທ່ານນາຍົກລັດຖະມົນຕີ Hun Manet ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳ, ໂດຍສະເພາະແມ່ນອາດຊະຍາກຳຢາເສບຕິດ
(ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet) |
ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກ ກຳປູເຈຍ, ວັນທີ 24 ມັງກອນ, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ Hun Manet ໄດ້ຕີລາຄາສູງໝາກຜົນການພົບປະເຈລະຈາລະຫວ່າງກະຊວງພາຍໃນ ກຳປູເຈຍ ແລະ ກະຊວງຕຳຫຼວດ ຫວຽດນາມ; ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳ, ໂດຍສະເພາະແມ່ນອາດຊະຍາກຳຢາເສບຕິດ, ອາດຊະຍາກຳເຕັກໂນໂລຊີສູງ, ຮ່ວມມືໃນຂົງເຂດຫັນເປັນດີຈີຕອນ, ສົມທົບກັນແກ້ໄຂເອກະສານນິຕິກຳໃຫ້ຊາວເຊື້ອຊາດ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ກຳປູເຈຍ; ເດັດດ່ຽວບໍ່ປະໃຫ້ບັນດາເປົ້າໝາຍເປັນປໍລະປັກ, ປະຕິການສວຍໃຊ້ຜືນແຜ່ນດິນຂອງປະເທດນີ້ຕ້ານຄືນປະເທດອື່ນ.
ສ່ວນທ່ານລັດຖະມົນຕີ ໂຕເລິມ ສະແດງຄວາມເຊື່ອໝັ້ນວ່າ, ທ່ານນາຍົກລັດຖະມົນຕີ Hun Manet ຈະສືບຕໍ່ສືບທອດ ແລະ ເສີມຂະຫຍາຍບັນດາຜົນງານຂອງລຸ້ນກ່ອນ, ນຳພາຖັນແຖວການນຳລຸ້ນໜຸ່ມ, ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ.