ນາຍົກລັດຖະມົນຕີ ຈີນ ຢ້ຽມຢາມ ອິນເດຍ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ຈີນ ຢ້ຽມຢາມ ອິນເດຍ ຢ່າງເປັນທາງການ - ảnh 1
ລັດຖະມົນຕີການຕ່າງປະເທດ ອິນເດຍ E. Ahmed ຕ້ອນຮັບນາຍົກລັດຖະມົນຕີ ສປ ຈີນ ຫຼີ​ເຄີ​ຊຽງ ເມື່ອວັນທີ 19/5
(ພາບ: AFP)

(vovworld) - ວັນ​ທີ 19/5, ທ່ານ​ນາຍົກລັດຖະມົນຕີ ສປ ຈີນ ຫຼີ​ເຄີ​ຊຽງ ​​ໄດ້ໄປ​ຮອດ​ນະ​ຄອນ​ຫຼວງ New Delhi ປະ​ເທດ ອິນ​ເດຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ອິນ​ເດຍ ​​​ຢ່າງ​ເປັນ​ທາງ​ການໃນເວລາ 3 ວັນຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ອິນ​ເດຍ Manmohan Singh. ຄາດ​ວ່າ, ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, 2 ຝ່າຍ​ຈະ​ປຶກສາ​ຫລື​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຊາຍ​ແດນ, ​ແຫຼ່ງນ້ຳ, ສຳ​ຜັດ​ຕະຫຼາດ ​ແລະ ​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື 2 ຝ່າຍ​ຫຼາຍ​ສະບັບ. ​ໃນ​ຖະ​ແຫຼ​ງການ​ທີ່ໄດ້​ຍົກ​ອອກ​ມາ​ກ່ອນ​ການ​ຢ້ຽມຢາມ, ກະຊວງ​ການ​ຕ່າງປະ​ເທດ ຈີນ ກໍ່​ຢືນຢັນ​ເລື່ອງທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີ​ຊຽງ ​ເລືອກ​ເຟັ້ນ ອິນ​ເດຍ ​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ການ​​ເດີນທາງປະຕິບັດ​ງານ​ຢູ່​ຕ່າງປະ​ເທດ ​​ໄດ້​ສະ​ແດງໃຫ້​ເຫັນ​ວ່າ: ຍາມ​ໃດ ຈີນ ກໍ່​ຕີ​ລາຄາສູງ​ການ​ພົວພັນທີ່ສຳຄັນ​ກັບປະ​ເທດ​ບ້ານ​ໃກ້​ຄຽງ ອິນ​ເດຍ. ຈີນ ຫວັງ​ວ່າ, ການ​ຢ້ຽມຢາມ ຈະ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ 2 ຝ່າຍ​ຍິ່ງ​ກ່ວາ​ອີກ, ພິ​ເສດ​ແມ່ນ​​ໃນ​ຂົງ​ເຂດ​ການລົງທຶນ, ການ​ຄ້າ ​ແລະ ພັດທະນາ​ພື້ນຖານ​ໂຄງ​ລ່າງ. ຕາມ​ແຜນການ​ແລ້ວ, ຕໍ່​ຈາກ ອິນ​ເດຍ, ທ່ານ​ນາຍົກລັດຖະມົນຕີ ສປ ຈີນ ຫຼີ​ເຄີ​ຊຽງ ຈະ​ຢ້ຽມຢາມ ປາ​ກິດ​ສະຖານ, ສະ​ວິດ ​ແລະ ​ເຢຍລະ​ມັນ.

 

ຂ່າວ/ບົດ​ອື່ນ