ນາຍົກລັດຖະມົນຕີ ຍີ່ປຸ່ນ ຄົນໃໝ່ໂອ້ລົມທາງໂທລະສັບກັບປະທານາທິບໍດີລັດເຊຍ ກ່ຽວກັບການຊຸກຍູ້ການພົວພັນ 2 ຝ່າຍ

(VOVWORLD) -ທ່ານປະທານາທິບໍດີລັດເຊຍ ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ເຈລະຈາກ່ຽວກັບເລື່ອງທີ່ມີສ່ວນກ່ຽວຂ້ອງເຖິງບັນດາບັນຫາລະຫວ່າງ 2 ປະເທດເວົ້າລວມ
ນາຍົກລັດຖະມົນຕີ ຍີ່ປຸ່ນ ຄົນໃໝ່ໂອ້ລົມທາງໂທລະສັບກັບປະທານາທິບໍດີລັດເຊຍ ກ່ຽວກັບການຊຸກຍູ້ການພົວພັນ 2 ຝ່າຍ - ảnh 1ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຄົນໃໝ່ Kishida Fumio
(ພາບ: TTXVN)

ຕອນບ່າຍວັນທີ 07 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຄົນໃໝ່ Kishida Fumio ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີລັດເຊຍ Vladimir Putin, ແລກປ່ຽນກ່ຽວກັບສົນທິສັນຍາສັນຕິພາບ ລວມທັງບັນຫາຂັດແຍ້ງກ່ຽວຂ້ອງເຖິງໝູ່ເກາະທາງທິດເໜືອ (ລັດເຊຍ ເອີ້ນວ່າ Kuril), ມາດຕະການເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

        ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີລັດເຊຍ ໄດ້ຊົມເຊີຍທ່ານນາຍົກລັດຖະມົນຕີຄົນໃໝ່ Kishida Fumio ດ້ວຍຖານະເປັນນາຍົກລັດຖະມົນຕີຜູ້ທີ 100 ຂອງ ຍີ່ປຸ່ນ, ພ້ອມທັງປາດຖະໜາວ່າ 2 ຝ່າຍຈະສືບຕໍ່ເຈລະຈາກ່ຽວກັບເລື່ອງທີ່ມີສ່ວນກ່ຽວຂ້ອງເຖິງບັນດາບັນຫາລະຫວ່າງ 2 ປະເທດເວົ້າລວມ ລວມທັງການປະຕິບັດຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງທ່ານນາຍົກລັດຖະມົນຕີ Abe Shinzdo ແລະ ທ່ານປະທານາທິບໍດີເອງ ຢູ່ ສິງກະໂປ ເມື່ອປີ 2018.

        ທ່ານນາຍົກລັດຖະມົນຕີຄົນໃໝ່ Kishida Fumio ຫວັງວ່າ 2 ຝ່າຍຈະສືບຕໍ່ພັດທະນາການພົວພັນລະຫວ່າງ ຍີ່ປຸ່ນ - ລັດເຊຍ ໃນຫຼາຍຂົງເຂດ ລວມທັງການລົງນາມໃນສົນທິສັນຍາສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ