ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ປ​ະ​ກາດ​ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່

(VOVWORLD) - ທ່ານນາຍົກລັດຖະມົນຕີ Ishiba Shigeru ໄດ້ແນະນຳບັນດານະໂຍບາຍໂດຍພື້ນຖານຂອງລັດຖະບານຊຸດໃໝ່ອີງຕາມ 5 ເສົາຄ້ຳນັ້ນແມ່ນ: ການເມືອງພາຍໃນ, ເສດຖະກິດ, ການໜູນຊ່ວຍສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ປ​ະ​ກາດ​ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່ - ảnh 1ທ່ານ Ishiba Shigeru ນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນ (ພາບ: Jiji Press)

ຕອນຄ່ຳວັນທີ 1 ຕຸລາ, ຢູ່ນະຄອນຫຼວງ ໂຕກຽວ, ທ່ານ Ishiba Shigeru ນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນ ໄດ້ຈັດກອງປະຊຸມຖະແຫຼງຂ່າວຄັ້ງທຳອິດພາຍຫຼັງສ້າງຕັ້ງລັດຖະບານປະສົມກັບ ພັກ Komei (ໂຄເມ). ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ປະກາດບັນດາແນວທາງນະໂຍບາຍຫຼັກຂອງລັດຖະບານໃນໄລຍະຈະມາເຖິງ.

ທ່ານນາຍົກລັດຖະມົນຕີ Ishiba Shigeru ໄດ້ແນະນຳບັນດານະໂຍບາຍໂດຍພື້ນຖານຂອງລັດຖະບານຊຸດໃໝ່ອີງຕາມ 5 ເສົາຄ້ຳນັ້ນແມ່ນ: ການເມືອງພາຍໃນ, ເສດຖະກິດ, ການໜູນຊ່ວຍສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ. ກ່ຽວກັບການເມືອງພາຍໃນ, ທ່ານ Ishiba ໄດ້ຢັ້ງຢືນຄືນໃໝ່ລະດັບຄວາມສຳຄັນຂອງລັດຖະບານປະສົມກຳອຳນາດລະຫວ່າງພັກເສລີພາບປະຊາທິປະໄຕ (LDP) ແລະ ພັກ Komei. ກ່ຽວກັບບັນດາເສດຖະກິດ, ທ່ານນາຍົກລັດຖະມົນຕີ Ishiba ໃຫ້ຮູ້ວ່າ ຈະສືບຕໍ່ແນວທາງທ່ານ Kishida Fumio ນາຍົກລັດຖະມົນຕີຄົນກ່ອນ, ພະຍາຍາມເພື່ອນຳເສດຖະກິດຍີ່ປຸ່ນອອກຈາກສະພາບການສິນຄ້າພາຍໃນປະເທດຫຼຸດລົງ, ຊຸກຍູ້ການກໍ່ສ້າງ ແລະ ພັດທະນາຮູບແບບເສດຖະກິດເຕີບໂຕໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ