ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້​າມ​ມິງ​ຈິງ ຖ​ະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ວັນ​ດົງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຖະຫວາຍທູບທຽນອາໄລຫາທ່ານອະດີດນາຍົກລັດຖະມົນຕີ ຫວຽດນາມ ຟ້າມວັນດົງ ແລະ ອວຍພອນປີໃໝ່ຄອບຄົວທ່ານອະດີດນາຍົກລັດຖະມົນຕີ ຟ້າມວັນດົງ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້​າມ​ມິງ​ຈິງ ຖ​ະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ວັນ​ດົງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖະຫວາຍທູບທຽນອາໄລຫາທ່ານອະດີດນາຍົກລັດຖະມົນຕີ ຫວຽດນາມ ຟ້າມວັນດົງ (ພາບ: TTXVN)

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ, ວັນທີ 08 ກຸມພາ (ກົງກັບວັນທີ 29 ບຸນເຕັດ ປີມະໂລງ 2024), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຖະຫວາຍທູບທຽນອາໄລຫາທ່ານອະດີດນາຍົກລັດຖະມົນຕີ ຫວຽດນາມ ຟ້າມວັນດົງ ແລະ ອວຍພອນປີໃໝ່ຄອບຄົວທ່ານອະດີດນາຍົກລັດຖະມົນຕີ ຟ້າມວັນດົງ.

        ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະແດງຄວາມເຄົາລົບນັບຖືຢ່າງເລິກເຊິ່ງຕໍ່ທ່ານອະດີດນາຍົກລັດຖະມົນຕີ ຟ້າມວັນດົງ, ເຊິ່ງເປັນໜຶ່ງໃນບັນດາການນຳຫຼັກແຫຼ່ງ, ລຸ້ນທຳອິດຂອງການປະຕິວັດ ຫວຽດນາມ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍຢ້ຽມຢາມຖາມຂ່າວສະພາບການດຳລົງຊີວິດ, ວຽກເຮັດງານທຳຂອງຍາດພີ່ນ້ອງທ່ານອະດີດນາຍົກລັດຖະມົນຕີ ຟ້າມວັນດົງ ແລະ ຝາກຄຳຢື້ຢາມຖາມຂ່າວ, ຄຳອຍພອນປີໃໝ່ເຖິງສະມາຊິກຄອບຄົວທຸກຖ້ວນໜ້າ ປີໃໝ່ຈົ່ງມີແດ່ສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ຄວາມຈະເລີນ.

ຕອບກັບ

ຂ່າວ/ບົດ​ອື່ນ