ນາຍົກລັດຖະມົນຕີ ຟ້າມມິງຈິງ: ມຸ່ງໄປເຖິງ ອາຊີ ພັດທະນາດ້ວຍການປ່ອຍອາຍພິດລົງລະດັບ 0

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ມີສານຢ່າງແຮງດ້ວຍຫົວຂໍ້ “ຮ່ວມເຈດຈຳນົງ, ຕັດສິນໃຈຢ່າງສູງ ແລະ ກະທຳຂ້ຽວເດັດຂາດມຸ່ງໄປເຖິງ ອາຊີ ແຫ່ງພັດທະນາ ດ້ວຍລະດັບປ່ອຍອາດພິດລົງລະດັບ 0”.
ນາຍົກລັດຖະມົນຕີ ຟ້າມມິງຈິງ: ມຸ່ງໄປເຖິງ ອາຊີ ພັດທະນາດ້ວຍການປ່ອຍອາຍພິດລົງລະດັບ 0 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ກອງປະຊຸມ

ຕອນເຊົ້າວັນທີ 18 ທັນວາ, ຢູ່ໂຕກຽວ, ປະເທດ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທຳອິດກ່ຽວກັບ “ປະຊາຄົມການປ່ອຍອາຍພິດລົງລະດັບ 0 ອາຊີ (AZEC)”. ກອງປະຊຸມມີການເຂົ້າຮ່ວມຂອງການນຳຂັ້ນສູງ ບັນດາປະເທດ ອາຊຽນ, ຍີ່ປຸ່ນ ແລະ ອົດສະຕາລີ.

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ມີສານຢ່າງແຮງດ້ວຍຫົວຂໍ້ “ຮ່ວມເຈດຈຳນົງ, ຕັດສິນໃຈຢ່າງສູງ ແລະ ກະທຳຂ້ຽວເດັດຂາດມຸ່ງໄປເຖິງ ອາຊີ ແຫ່ງພັດທະນາ ດ້ວຍລະດັບປ່ອຍອາດພິດລົງລະດັບ 0”. ເພື່ອປະກອບສ່ວນຫັນເປົ້າໝາຍຂອງ AZEC ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາຂົງເຂດຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ ຄວນສຸມໃສ່ເຂົ້າໃນການຄົ້ນຄ້ວາ, ພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບບັນດາແຫຼ່ງພະລັງງານສະອາດ ແລະ ເຕັກໂນໂລຊີໃຫມ່, ຍູ້ແຮງການຖ່າຍທອດເຕັກໂນໂລຊີ ເພື່ອແນໃສ່ຮັບປະກັນແຫຼ່ງພະລັງງານສະອາດ ໄດ້ຮັບການນຳໃຊ້ຢ່າງກ້ວາງຂວາງ, ຕອບສະໜອງຄວາມສາມາດໃຊ້ຈ່າຍຢູ່ພາກພື້ນ ອາຊີ; ຮັບປະກັນການຫັນເປັນພະລັງງານສະອາດ ທີ່ເໝາະສົມກັບເງື່ອນໄຂຂອງແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ