ນາຍົກລັດຖະມົນຕີ ຟ້າມມິງຈີງເຂົ້າຮ່ວມພິທີເປີດໂຄງການກໍ່ສ້າງທາງດ່ວນຕອນ ເຈົາດົກ - ເກີນເທີ - ຊັອກຈັງ ໄລຍະທີ 1

(VOVWORLD) -ຕອນເຊົ້າວັນທີ 17 ມິຖຸນານີ້, ຢູ່ແຂວງ ອານຢາງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການກໍ່ສ້າງທາງດ່ວນ (ໄລຍະ 1) ເຈົາດົກ (ອານຢາງ) - ເກີນເທີ - ຊັອກຈັງທີ່ຂຶ້ນກັບທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ
ນາຍົກລັດຖະມົນຕີ ຟ້າມມິງຈີງເຂົ້າຮ່ວມພິທີເປີດໂຄງການກໍ່ສ້າງທາງດ່ວນຕອນ ເຈົາດົກ - ເກີນເທີ - ຊັອກຈັງ ໄລຍະທີ 1 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງກ່າວຄຳເຫັນທີ່ພິທີ ເປີດໂຄງການກໍ່ສ້າງທາງດ່ວນຕອນ ເຈົາດົກ - ເກີນເທີ - ຊັອກຈັງ ໄລຍະທີ 1

     ໂຄງການນີ້ຖືກຕັ້ງຄວາມຫວັງວ່າ ເປັນໜຶ່ງໃນ 6 ເສັ້ນທາງດ່ວນທີ່ເຮັດໃຫ້ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມປ່ຽນແປງໄປ,     ພ້ອມກັນນັ້ນຈະເຊື່ອມຕໍ່ບັນດາສູນກາງເສດຖະກິດ, ດ່ານຊາຍແດນສາກົນ ແລະ ທ່າກຳປັ່ນທະເລ.

     ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເນັ້ນໜັກວ່າ: ບັນດາແຂວງ, ນະຄອນຄື: ອານຢາງ, ເກີນເທີ, ເຫົ້າຢາງ, ຊອ໋ກຈັງ, ຄະນະຄຸ້ມຄອງໂຄງການ ແລະ ຜູ້ຮັບເໝົາກໍ່ສ້າງ ຄວນຂຶ້ນແຜນການ, ວິທີການແກ້ໄຂລົງມືກໍ່ສ້າງ ຮັບປະກັນ ໃຫ້ມີປະສິດທິຜົນ ແລະ ຄຸນນະພາບ; ຮັບປະກັນ ຄວາມຄືບໜ້າ; ສູ້ຊົນກໍ່ສ້າງສຳເລັດເສັ້ນທາງບາງຕອນ ທີ່ມີການຈະລາຈອນໜາແໜ້ນໃຫ້ສຳເລັດໃນປີ 2025, ກໍ່ສ້າງທົ່ວເສັ້ນທາງໃຫ້ສຳເລັດໂດຍພື້ນຖານໃນປີ 2026 ແລະ ສຳເລັດ  ນຳທົ່ວໂຄງການເຂົ້າໃຊ້ງານ ໃນປີ 2027.

     ໃນຕອນເຊົ້າວັນດຽວກັນ, ທີ່ ແຂວງ ອານຢາງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໄປຢ້ຽມຢາມໂຮງຮຽນສາມັນກິນນອນຊົນເຜົ່າ ອານຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ