ນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບ ການນຳທະນາຄານການຄ້າແຫ່ງຕ່າງໆ
(VOVWORLD) -ບັນດາໝາກຜົນທີ່ບັນລຸໄດ້ໃນ 9 ເດືອນຂອງປີ 2022 ແລະ ໃນໄລຍະຜ່ານມາ ໄດ້ຢືນຢັນບົດບາດສຳຄັນຂອງລະບົບທະນາຄານ ຕໍ່ພື້ນຖານເສດຖະກິດ ແລະ ຄວາມໝັ້ນຄົງດ້ານເງິນຕາແຫ່ງຊາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ການພົບປະ
(ພາບ: TTXVN)
|
ຕອນເຊົ້າວັນທີ 16 ຕຸລາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນປະທານ ໂຮ່ຈີມິນ ສົ່ງຈົດໝາຍໃຫ້ວົງການອຸດສາຫະກຳ ການຄ້າ ແລະ 18 ປີແຫ່ງວັນນັກທຸລະກິດ ຫວຽດນາມ (13 ຕຸລາ), ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານການພົບປະຂອງນາຍົກລັດຖະມົນຕີ ກັບປະທານ, ການນຳທະນາຄານການຄ້າຕ່າງໆ.
ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຖືວ່າ, ບັນດາໝາກຜົນທີ່ບັນລຸໄດ້ໃນ 9 ເດືອນຂອງປີ 2022 ແລະ ໃນໄລຍະຜ່ານມາ ໄດ້ຢືນຢັນບົດບາດສຳຄັນຂອງລະບົບທະນາຄານ ຕໍ່ພື້ນຖານເສດຖະກິດ ແລະ ຄວາມໝັ້ນຄົງດ້ານເງິນຕາແຫ່ງຊາດ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ທະນາຄານ ປະຕິບັດບາງໜ້າທີ່, ມາດຕະການແກ້ໄຂຈຸດສຸມໃນຊຸມເດືອນທ້າຍປີ ແລະ ໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ທະນາຄານແຫ່ງລັດ ສືບຕໍ່ບໍລິຫານນະໂຍບາຍເງິນຕາຢ່າງແໜ້ນແຟ້ນ, ລະມັດລະວັງ, ຮັບປະກັນເລື່ອງເປັນເຈົ້າການ, ມີໄຫວພິບ, ບັນລຸປະສິດທິຜົນ.