ນາຍົກລັດຖະມົນຕີ ມາເລເຊຍ ປະກາດຄະນະລັດຖະບານໃໝ່

ນາຍົກລັດຖະມົນຕີ ມາເລເຊຍ ປະກາດຄະນະລັດຖະບານໃໝ່ - ảnh 1
ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Tun Razak
(ພາບ: Bloomberg)

(vovworld) - ​ວັນ​ທີ 15/5, ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Tun Razak ​ໄດ້​ປະກາດ​ບັນຊີ​ລາຍ​ຊື່​ຄະນະ​ລັດຖະບານ​ໃໝ່​ຂອງ​ປະ​ເທດ​ນີ້. ຄະນະ​ລັດຖະບານ​ໃໝ່​ຂອງ ມາ​ເລ​ເຊຍ ລວມມີ​ລັດຖະມົນຕີ 30 ທ່ານ​ທີ່​ຮັບຜິດຊອບ 24 ກະຊວງ. ທ່ານ Muhyiddin Yassin ຍັງ​ຮັກສາ​ຕຳ່​ແໜ່​ງຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ສຶກສາ ຜູ້​ທີ່​ໜຶ່ງ. ​ເປັນ​ໜ້າ​ສົນ​ໃຈ​ແມ່ນ​ໃນຄະນະ​ລັດຖະບານ​ໃໝ່​ຄັ້ງ​ນີ້​​ຈຳນວນ​ລັດຖະມົນຕີ ​ແລະ ຮອງ​ລັດຖະມົນຕີ​ເຊິ່ງ​ແມ່ນ​ຊາວ​ຈີນ, ກວມ 25% ຈຳນວນ​ພົນລະ​ເມືອງ ມາ​ເລ​ເຊຍ ​ໄດ້​ຖືກ​ຫລຸດ​ລົງພາຍຫຼັງ​ທີ່ສະຫະ​ສະມາຄົມ​ຊາວ ຈີນ ຢູ່ ມາ​ເລ​ເຊຍ ສວມ​ບົດບາດ​ສຳຄັນ​ໃນ​ພັນທະ​ມິດ​ກຳ​ອຳນາດ ​ໄດ້​ປະຕິ​ເສດ​ຮັບບັນດາ​ຕຳ່​ແໜ່​ງ​ໃນ​ຄະນະ​ລັດຖະບານ​ໃໝ່ ຍ້ອນ​ໝາກຜົນ​​ທີ່​ການ​ເລືອກ​ຕັ້ງ​ຜ່ານ​ມາບໍ່​ປະ​ທັບ​ໃຈ.

ຂ່າວ/ບົດ​ອື່ນ