ນາຍົກລັດຖະມົນຕີ ຢູແກຼນ ລາອອກຈາກ ຕຳແໜ່ງ
(ທ່ານນາຍົກລັດຖະມົນຕີຢູແກຼນ Arseny Yatseniuk)
(vovworld) – ວັນທີ 24/07, ທ່ານນາຍົກລັດຖະມົນຕີຢູແກຼນ Arseny Yatseniuk ໄດ້ຍື່ນໃບຄຳຮ້ອງຂໍລາອອກຈາກຕຳແໜ່ງຕໍ່ສະພາແຫ່ງຊາດປະເທດນີ້ ພາຍຫຼັງທີ່ໄດ້ຕຳນິຕິຕຽນບັນດານັກການເມືອງບໍ່ສາມາດຮັບຮອງເອົາກົດໝາຍວ່າດ້ວຍພະລັງງານ ແລະ ງົບປະມານ ເພື່ອເພີ່ມທະວີການສະໜອງການເງິນໃຫ້ກອງທັບ. ກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດ, ທ່ານ Yatseniuk ຖະແຫຼງວ່າ: ການລາອອກຈາກຕຳແໜ່ງຂອງຂ້າພະເຈົ້າກ່ຽວຂ້ອງເຖິງການຍຸບເລີກສຳພັນທະມິດກຳອຳນາດ (ການເລືອກເຟັ້ນເອີລົບ) ທີ່ກວມທີ່ນັ່ງເປັນຈຳນວນຫຼາຍຢູ່ສະພາແຫ່ງຊາດຫາກໍ່ຖືກຍຸບເລີກກ່ອນນັ້ນ ແລະ ເລື່ອງສະກັດກັ້ນບັນດາຂໍ້ລິເລີ່ມຂອງລັດຖະບານ. ກ່ອນໜ້ານັ້ນ, ສຳພັນທະມິດກຳອຳນາດ “ການເລືອກເຟັ້ນເອີລົບ” ໃນສະພາແຫ່ງຊາດໄດ້ຖືກຍຸບເລີກຢ່າງເປັນທາງການ, ເຊິ່ງເປັນການກະທຳທີ່ຖືກຖືວ່າເປີດຊ່ອງທາງເພື່ອໃຫ້ທ່ານປະທານາທິບໍດີ Petro Poroshenko ຖະແຫຼງຈັດຕັ້ງການເລືອກຕັ້ງຄັ້ງໃຫຍ່ກ່ອນກຳນົດເວລາໃນເດືອນໜ້າຢູ່ປະເທດເອີລົບຕາເວັນອອກນີ້.