ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ອານເຊຣີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍຜົນງານຂອງການເຈລະຈາລະຫວ່າງທ່ານລັດຖະມົນຕີ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ອານເຊຣີ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອານເຊຣີ Abdelkader Messahel

ຕອນບ່າຍວັນທີ 13 ກໍລະກົດ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອານເຊຣີ Abdelkader Messahel  ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍຜົນງານຂອງການເຈລະຈາລະຫວ່າງທ່ານລັດຖະມົນຕີ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ. ທ່ານນາຍົກລັດຖະມົນຕີຖືວ່າ 2 ຝ່າຍຄວນຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງ 2 ປະເທດ; ປະຕິບັດບັນດາຄຳໝັ້ນສັນຍາລະຫວ່າງ 2 ຝ່າຍໃຫ້ເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ວົງເງິນການຄ້າ 2 ຝ່າຍຍັງຕ່ຳຢູ່ ແລະ ຄວນໄດ້ຮັບການຍູ້ແຮງ, ໃນນັ້ນ, ບົດບາດຂອງວິສາຫະກິດ, ສະຫະສະມາຄົມວິສາຫະກິດ 2 ຝ່າຍແມ່ນສຳຄັນທີ່ສຸດ. 2 ຝ່າຍຄວນສູ້ຊົນບັນລຸວົງເງິນໃຫ້ໄດ້ 1 ຕື້ USD/ປີ ໃນປີ 2020. ຫວຽດນາມ ຖືເປັນສຳຄັນບົດບາດຂອງບັນດາວິສາຫະກິດ, ຖືວິສາຫະກິດແມ່ນກຳລັງໜູນຊຸກຍູ້ການພົວພັນເສດຖະກິດ, ການຄ້າ.

        ຫວຽດນາມ ຕີລາຄາສູງຜົນງານຂອງວິສາຫະກິດຮ່ວມທຸລະກິດນ້ຳມັນອາຍແກັດລະຫວ່າງ 2 ປະເທດ; ປາດຖະໜາວ່າ ອານເຊຣີ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຮ່ວມທຸລະກິດນີ້ເຄື່ອນໄຫວໃຫ້ປະສົບຜົນສຳເລັດກ່ວາອີກ, ພິເສດແມ່ນສ້າງເງື່ອນໄຂສະດວກໃນການເຮັດລະບຽບການບໍລິຫານກ່ຽວກັບການສຳຫຼວດ, ຂຸດຄົ້ນນ້ຳມັນອາຍແກັດ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອານເຊຣີ Abdelkader Messahel  ເຫັນດີກັບທ່ານນາຍົກລັດຖະມົນຕີ ກ່ຽວກັບການຊຸກຍູ້ການພົວພັນແລກປ່ຽນວິສາຫະກິດ 2 ປະເທດ, ເພີ່ມທະວີບົດບາດຂອງສະພາວິສາຫະກິດ, ຊຸກຍູ້ການພົວພັນເສດຖະກິດ, ການຄ້າ ແລະ ການລົງທຶນ 2 ຝ່າຍ. 2 ຝ່າຍຄວນສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດຈຸດສຸມຄື ນ້ຳມັນອາຍແກັດ, ໂທລະຄົມມະນາຄົມ, ການຢາ, ອາຊີບປະມົງ, ກະສິກຳ… ທ່ານລັດຖະມົນຕີ ໃຫ້ຮູ້ວ່າ ອານເຊຣີ ຍາມໃດກໍ່ສະໜັບສະໜູນ ຫວຽດນາມ ສະໝັກເລືອກຕັ້ງເປັນຄະນະກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.   

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ