ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ເລີ່ມຕົ້ນການຢ້ຽມຢາມ ເຢຍລະມັນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ G20

(VOVWORLD) -ໂດຍຮັບຄຳເຊີນຂອງ ທ່ານນາງ Angela Merkel ນາຍົກລັດຖະມົນຕີ ສາທາລະນະລັດສະຫະພັນ ເຢຍລະມັນ, ຕອນຄ່ຳວັນທີ 04/7, ຕາມເວລາ ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟູ໋ກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ອອກດີນທາງຈາກ ຮາໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ເຢຍລະມັນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ ນະຄອນ Hamburg ແຕ່ວັນທີ 5 – 8/7/2017.

ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ເລີ່ມຕົ້ນການຢ້ຽມຢາມ ເຢຍລະມັນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ G20 - ảnh 1 ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ

(ພາບປະກອບ: mofa.gov.vn)

ການຢ້ຽມຢາມໄດ້ດຳເນີນໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ ພວມພັດທະນາໃນທຸກໆຂົງເຂດຢ່າງເລິກເຊິ່ງກວ້າງຂວາງ; ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກ G20 ພັດທະນາຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ