ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽ​ນ​ຊວນ​ຟຸກ ເລີ່ມ​ຕົ້ນ​ການ​ຢ້ຽ​ມ​ຢາມ​ລາ​ຊະ​ອາ​ນາ​ຈັກ ຊູ​ແອດ ​ຢ່າງ​ເປັນ​ທາງ​ການ

(VOVWORLD) - ຕອນຄ່ຳວັນທີ 26 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປເຖິງສະໜາມບິນສາກົນ Stockholm Arlanda, ເລີ່ມຕົ້ນການຢ້ຽມຢາມ ຊູແອດ ຢ່າງເປັນທາງການຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຊູແອດ Stefan Lofven.
ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽ​ນ​ຊວນ​ຟຸກ ເລີ່ມ​ຕົ້ນ​ການ​ຢ້ຽ​ມ​ຢາມ​ລາ​ຊະ​ອາ​ນາ​ຈັກ ຊູ​ແອດ ​ຢ່າງ​ເປັນ​ທາງ​ການ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາຢູ່ສະໜາມບິນສາກົນ Stockholm Arlanda (ພາບ: TTXVN)

ພາຍຫຼັງໄປເຖິງນະຄອນຫຼວງ Stockholm, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ, ພົບປະກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳຊູແອດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ຊູແອດ . ນະທີ່ນີ້, ທ່ານນາຍົກລັດຖະມົນຕີແຈ້ງໃຫ້ ພໍ່ແມ່ປະຊາຊົນ ຊາບກ່ຽວກັບສະພາບເສດຖະກິດ - ສັງຄົມຂອງປະເທດຊາດ, ປາດຖະໜາວ່າ ພໍ່ແມ່ພີ່ນ້ອງ ຈະຍູ້ແຮງບັນດານການເຄື່ອນໄຫວມຸ່ງໄປເຖິງບ້ານເກີດເມືອງນອນ, ປະເທດຊາດໃຫ້ຫຼາຍກ່ວາອີກ, ຕັ້ງໜ້າເຂົ້າຮ່ວມປະກອບສ່ວນເຫື່ອແຮງ, ພູມປັນຍາ ເຂົ້າໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດໃນໄລຍະຈະມາເຖິງ; ມີຄວາມສາມັກຄີ, ຮັກແພງກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຊີວິດປະຈຳວັນ; ສືບທອດ ແລະ ຜັນຂະຫຍາຍນ້ຳໃຈມິດຕະພາບທີ່ເປັນມູນເຊື້ອເຊິ່ງການນຳ ແລະ ປະຊາຊົນສອງປະເທດໄດ້ສ້າງໃນເວລາຫຼາຍສິບປີ ຜ່ານມາ.

ຕາມລາຍການຢ້ຽມຢາມຊູແອດ ຢ່າງເປັນທາງການ, ຄາດວ່າ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຈະມີການພົບປະກັບທ່ານ ນາຍົກລັດຖະມົນຕີ ຊູແອດ Stefan Lofven; ເຂົ້າຢ້ຽມຂ່ຳນັບກັບເຈົ້າຊີວິດຊູແອດ. ທ່ານນາຍົກລັດຖະມົນຕີພ້ອມກັບການນຳລັດຖະບານ ຊູແອດ ຈະເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ຊູແອດ, ພົບປະ ແລະ ເຮັດວຽກກັບການນຳບາງກຸ່ມບໍລິສັດເສດຖະກິດໃຫຍ່ຂອງຊູແອດ ທີ່ພວມມີການເຄື່ອນໄຫວຢູ່ ຫວຽດນາມ; ພົບປະກັບບັນດານັກການທູດ, ນັກຊ່ຽວຊານ ຊູແອດ, ຄະນະບໍລິຫານ, ຄະນະກຳມະການ ຫວຽດນາມ - ລາວ -ກຳປູເຈຍ, ເພື່ອນມິດ ຊູແອດ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຊູແອດ.

ຕອບກັບ

ຂ່າວ/ບົດ​ອື່ນ