ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳແຂວງ ຢາລາຍ
(VOVWORLD) - ຕອນບ່າຍວັນທີ 30 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຮັດວຽກກັບການນຳແຂວງ ຢາລາຍ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳແຂວງ ຢາລາຍ (ພາບ: VGP) |
ເມື່ອສະຫລຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງເສດຖະກິດ - ສັງຄົມຂອງແຂວງ ຢາລາຍ ໄດ້ມີການພັດທະນາປານກາງ, ໂຄງປະກອບເສດຖະກິດຫັນປ່ຽນຢ່າງຕັ້ງໜ້າ. ແຂວງ ຢາລາຍ ສ້າງໄດ້ບາງຮູບການຜະລິດສິນຄ້າຢ່າງມີປະສິດທິຜົນ, ເບື້ອງຕົ້ນໄດ້ໝູນໃຊ້ເຕັດໂນໂລຊີສູງເຂົ້າໃນການປຸງແຕ່ງ. ສາທາລະນະສຸກ, ການສຶກສາ, ວຽກເຮັດງານທຳ…ໄດ້ຮັບຄວາມສົນໃຈ.
ເນັ້ນໜັກເຖິງການພັດທະນາການທ່ອງທ່ຽວແມ່ນທ່າໄດ້ປຽບຂອງແຂວງ ຢາລາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ໃນການພັດທະນາ ຕ້ອງເອົາໃຈໃສ່ຮັກສາວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດ ໄຕງວຽນ. ແຂວງ ຢາລາຍ ຄວນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເຄື່ອງໝາຍການຄ້າດ້ານການທ່ອງທ່ຽວເຂດພູພຽງຂອງ ຫວຽດນາມ ກ່ວາອີກ ໂດຍອີງໃສ່ຊັບພະຍາກອນທິວທັດທຳມະຊາດທີ່ອຸດົມສົມບູນ, ວັດທະນະທຳທີ່ເປັນເອກະລັກສະເພາະຂອງ ໄຕງວຽນ, ໃນນັ້ນມີວັດທະນະທຳຄ້ອງ.