ນາຍົກລັດຖະມົນຕີ ຫງວຽນຊວນຟຸກພົບປະກັບຜູ້ມີສິດເລືອກຕັ້ງແຂວງຫາຍຟ່ອງ

(VOVWORLD) -ຕອນເຊົ້າວັນທີ 13 ພຶດສະພາ, ທີ່ສູນການເມືອງ-ການປົກຄອງເມືອງໂຮ່ງບາງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດນະຄອນຫາຍຟ່ອງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງນະຄອນຫາຍຟ່ອງ, ຮັບຟັງຄຳເຫັນ ແລະຄວາມປາດຖະໜາຂອງປະຊາຊົນເພື່ອກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 5 - ສະພາແຫ່ງຊາດຊຸດທີ XIV.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກພົບປະກັບຜູ້ມີສິດເລືອກຕັ້ງແຂວງຫາຍຟ່ອງ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດນະຄອນຫາຍຟ່ອງ ທີ່ການພົບປະກັບຜູ້ມີສິດເລືອກຕັ້ງນະຄອນຫາຍຟ່ອງ 

(ພາບ: Vietnamnet)

ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງໄດ້ຕີລາຄາສູງໝາກຜົນຂອງກອງປະຊຸມເທື່ອທີ 7 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XII ຜ່ານມາ; ຕີລາຄາສູງວຽກງານຄຸ້ມຄອງບໍລິຫານຂອງລັດຖະບານ ແລະ ໃນການຊີ້ນຳນຳພາຢ່າງເດັດຂາດໃນການບໍລິຫານຂອງທ່ານນາຍົກລັດຖະມົນຕີ, ຊ່ວຍໃຫ້ເສດຖະກິດສັງຄົມບັນລຸໄດ້ໝາກຜົນຕັ້ງໜ້າໃນໄລຍະຕົ້ນປີ. ບັນດາຜູ້ມີສິດເລືອກຕັ້ງກໍໄດ້ສະແດງທັດສະນະສະໜັບສະໜູນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ບໍ່ມີຂໍ້ຫ້າມໃນປັດຈຸບັນ. ບາງບັນຫາທີ່ຜູ້ມີສິດເລືອກຕັ້ງແຂວງຫາຍຟ່ອງມີຄວາມສົນໃຈ ແລະສະເໜີ, ນັ້ນແມ່ນການປ່ອຍງົບປະມານລົງທຶນສາທາລະນະຍັງຊັກຊ້າ; ການເກັບເອົາຊັບສິນຈາກການສໍ້ລາດບັງຫຼວງຄືນຍັງຫຍຸ້ງຍາກ; ບັນຫາປະຕິຮູບການສຶກສາຍັງແມ່ນບັນຫາທີ່ຮ້ອນເຮັງ ແລະ ການຜັນຂະຫຍາຍເສັ້ນທາງຄວາມໄວສູງແຄມທະເລຍັງຊັກຊ້າຢູູ່…

ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກກໍເຫັນດີເຫັນພ້ອມກັບຜູ້ມິສິດເລືອກຕັ້ງກ່ຽວກັບເລື່ອງອຳນາດການປົກຄອງທຸກຂັ້ນ, ບັນດາສະມາຊິກສະພາແຫ່ງຊາດ ຄວນຮັບຟັງບັນດາຄຳເຫັນທີ່ແຕກຕ່າງກັນ, ກົງໄປກົງມາ ເພື່ອມີຄວາມເຂົ້າໃຈ ຢ່າງເລິກເຊິ່ງກ່ຽວກັບທາດແທ້ຂອງບັນຫາ, ຈາກນັ້ນ, ຈຶ່ງວາງອອກວິທີການແກ້ໄຂຖືກກຳນົດເວລາ, ຮັບໃຊ້ປະຊາຊົນໃຫ້ທັນການກວ່າ.

ແລະກໍໃນຕອນເຊົ້າຂອງວັນດຽວກັນ, ທີ່ນະຄອນຫາຍຟ່ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ເຂົ້າຮ່ວມພິທີວາງສິລານຶກ ໂຄງການ “ສູນການຄ້າ AEONMALL ຫາຍຟ່ອງເລເຈີນ”.


ຕອບກັບ

ຂ່າວ/ບົດ​ອື່ນ