ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕ້ອນຮັບຜູ້ອຳນວຍການໃຫຍ່ທະນາຄານ ຂາອອກ - ຂາເຂົ້າ ສ ເກົາຫຼີ

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕ້ອນຮັບຜູ້ອຳນວຍການໃຫຍ່ທະນາຄານ ຂາອອກ - ຂາເຂົ້າ ສ ເກົາຫຼີ - ảnh 1

ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຕ້ອນຮັບ​ປະທານ, ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່​ທະນາຄານ ຂາ​ອອກ - ຂາເຂົ້າ ສ ​ເກົາຫຼີ
(ພາບ: VGP/Nhật Bắc)

(vovworld) - ຕອນ​ບ່າຍ​ວັນ​ທີ 5/4, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ໄດ້​ໃຫ້ການ​ຕ້ອນຮັບ​ປະທານ, ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່​ທະນາຄານ ຂາອອກ - ຂາເຂົ້າ ສ ​ເກົາຫຼີ Kim Yong Hwan ທີ່​ພວມ​ມີ​ການ​ເຮັດ​ວຽກ​ຢູ່ ຫວຽ​ດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ຢືນ​ຢັນ​ວ່າ: ຫວຽ​ດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ພ້ອມ​ກັບ ສ ​ເກົາຫຼີ ສືບ​ຕໍ່​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລີກ, ມີ​ປະສິດທິ​ຜົນ, ​ແທດ​ຈິງ. ທ່ານ​ນາຍົກລັດຖະມົນຕີ ຕີ​ລາຄາ​ສູ​ງທະນາຄານ​ຂາອອກ - ຂາເຂົ້າ ສ ​ເກົາຫຼີ ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຊຸກຍູ້​ການ​ຮ່ວມ​ມື​ການ​ຄ້າ​, ການ​ລົງທຶນ ຫວຽດນາມ - ສ ​ເກົາຫຼີ ກໍ່​ຄື​ອຸປະຖຳ​ທຶນ ODA ​ໃຫ້​ແກ່ ຫວຽດນາມ, ຫວັງ​ວ່າ ທະນາຄານ ​ຂາອອກ - ຂາເຂົ້າ ສ ​ເກົາຫຼີ  ສືບ​ຕໍ່​ມີ​ການ​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ອີກ ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ, ODA ກໍ່​ຄື​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ເຫຼືອບັນດາ​ໂຄງການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ ຫວຽດນາມ.

        ທ່ານ Kim Yong Hwan ຢືນຢັນ​ວ່າ: ທະນາຄານ ​ຂາອອກ - ຂາເຂົ້າ ສ ​ເກົາຫຼີ  ຈະ​ສືບ​ຕໍ່​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ວິ​ສາ​ຫະກິດ​ຂອງ ຫວຽດນາມ ​ເພື່ອ​ສືບ​ຕໍ່​ມີ​ບັນດາ​ການ​ປະ​ກ​ອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ການ​ຄ້າ, ການ​ລົງທຶນ ຫວຽດນາມ - ສ ​ເກົາຫຼີ, ​ໃນ​ນັ້ນ​ຈະ​ມານະ​ພະຍາຍາມ​ຈົນ​ສຸ​ດຄວາມ​ສາມາດ​ຂ​ອງຕົນ​ໃນ​ການ​ໜູ​ນຊ່ວຍ​ສິນ​ເຊື່ອ​​ເພື່ອໃຫ້​​ບັນດາ​ວິ​ສາ​ຫະກິດ ສ ​ເກົາຫຼີ ປະຕິບັດ​ບັນດາ​ໂຄງການ​ທີ່ພວມ​ໄດ້​ຮັບ​ກັນ​ຜັນ​ຂະ​ຫຍາ​ຍຢູ່ ຫວຽດນາມ ສຳ​ເລັດ​ຜົນ.

 

ຂ່າວ/ບົດ​ອື່ນ