ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ຢ້ຽມຢາມທາງລັດຖະກິດກູບາ ແລະ ຮາຍຕີ
ບັນດາການນຳເຂົ້າຮ່ວມກອງປະຊຸມສຸດຍອດຄວາມສະຫງົບປອດໄພດ້ານນິວຄະເລຍຄັ້ງທີ 2
(ພາບ: VGP)
(vovworld) - ວັນທີ 23/3, ທ່ານ ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງຈາກຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມສຸດຍອດຄວາມສະຫງົບປອດໄພດ້ານນິວຄະເລຍຄັ້ງທີ 3 ຢູ່ລາໄຮ, ປະເທດຮອນລັງ ໃນລະຫວ່າງວັນທີ 24-25/3. ທ່ານນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມນີ້ເປັນການຢືນຢັນວ່າ: ຫວຽດນາມ ແມ່ນສະມາຊິກທີ່ຄວາມຮັບຜິດຊອບ, ເປັນເຈົ້າການ ແລະ ຕັ້ງໜ້າ, ປະກອບສ່ວນເຂົ້າຄວາມມານະພະຍາຍາມລວມຂອງປະຊາຄົມໂລກ ເພື່ອແນໃສ່ຫຼຸດຜ່ອນໄພອັນຕະລາຍທີ່ມີຕໍ່ຄວາມສະຫງົບ ແລະ ຄວາມປອດໄພດ້ານນິວຄະເລຍ, ພ້ອມທັງຢືນຢັນກັບໂລກນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ກ່ຽວກັບການນຳໃຊ້ພະລັງງານນິວຄະເລຍ ເພື່ອຈຸດໝາຍສັນຕິພາບ.
ສິ້ນສຸດກອງປະຊຸມນີ້, ທ່ານ ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ຈະໄປຢ້ຽມຢາມທາງລັດຖະກິດ ສ ກູບາ ແຕ່ວັນທີ 26-28/3 ແລະ ສ ຮາຍຕີ ແຕ່ວັນທີ 28-29/3. ດ້ວຍສານທີ່ວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນກັບບັນດາປະເທດເພື່ອນມິດໃນພາກພື້ນອາເມລິກາລາຕີນ ແລະ ປາຖະໜາຢາກຊຸກຍູ້ການຮ່ວມມືສອງຝ່າຍໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ທັງສອງຝ່າຍ.