ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ລົງກວດກາວຽກງານຕ້ານແຫ້ງແລ້ງຢູ່ແຂວງນິງຖ້ວນ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງລົງກວດກາວຽກງານປ້ອງກັນ ແລະ ຕ້ານໄພແຫ້ງແລ້ງຢູ່ແຂວງນິງຖ້ວນ
|
(vovworld)- ໃນການລົງກວດກາວຽກງານປ້ອງກັນ ແລະ ຕ້ານໄພແຫ້ງແລ້ງຢູ່ແຂວງນິງຖ້ວນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງໄດ້ສະເໜີການນຳແຂວງ ໃນສະເພາະໜ້າຈົ່ງໃຫ້ບຸລິມະສິດແກ່ການຮັບປະກັນການສະໜອງນ້ຳດື່ມໃຫ້ແກ່ປະຊາຊົນເຂດປະສົບ ໄພແຫ້ງແລ້ງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໃຫ້ຮູ້ວ່າ ສູນກາງຈະສະໜອງເງິນເພື່ອໃຫ້ແຂວງນິງຖ້ວນປະຕິບັດວຽກງານນີ້. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ສະເໜີແຂວງນິງຖ້ວນ ບໍ່ປະໃຫ້ຄອບຄົວໃດໆຖືກອຶດຫິວ, ລັດຖະບານຈະສະໜອງສະບຽງອາຫານຢ່າງພຽງພໍໃຫ້ແກ່ປະຊາຊົນ. ໃນຍາວນານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ຖືວ່າ ແຂວງນິງຖ້ວນຄວນຂະຫຍາຍການປູກຕົ້ນໄມ້ແນວບໍ່ຕ້ອງການນ້ຳຫົດເຊັ່ນ: ອ້ອຍ, ສາລີ, ໝາກອະງຸ່ນ…