ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມກອງປະຊຸມສຸດຍອດເຂດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງຄັ້ງທີ 5

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມກອງປະຊຸມສຸດຍອດເຂດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງຄັ້ງທີ 5 - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ​ໄທ ປະຣຸດ ຈັນ​ໂອ​ຈາ, ວັນ​ທີ 19/12, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ​ຄັ້ງ​ທີ 5 ຢູ່ ບາງກອກ, ປະ​ເທດ​ໄທ. ​​ເຂົ້າ​ຮ່ວມຄະນະ​ຜູ້​ແທນຄັ້ງ​ນີ້​ມີ​ທ່ານລັດຖະມົນຕີ​ວ່າການ, ຫົວໜ້າ​ຫ້ອງວ່າການ​ລັດຖະບານ ຫງວຽນ​ວັນ​ເນັນ, ທ່ານ​ລັດຖະມົນ​ຕີ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ບຸ​ຍກວາງ​ວິ​ງ; ​ລັດຖະມົນຕີ​ຊ່ວຍ​ວ່າການບັນດາ​ກະຊວງ: ການ​ຕ່າງປະ​ເທດ, ຄົມມະນາຄົມ​ຂົນ​ສົ່ງ…

        ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ​ຄັ້ງ​ທີ 5 ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ນັບຖື​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ກົນ​ໄກ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ (GMS); ຢືນຢັນ​ບົດບາດ ​ແລະ ຍົກ​ສູງ​ທີ່​ຕັ້ງ​ຂອງ​ຫວຽດນາມ ​ໃນ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ, ຊຸກຍູ້​ການ​ຮ່ວມ​ມື​ພາກ​ພື້ນ ​ແລະ ການ​ພົວພັນ​ມິດຕະພາບ​ຂອງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ; ຊຸກຍູ້ ​ແລະ ຍາດ​ແຍ່ງ​ບັນດາ​ເນື້ອ​ໃນ​ໃຫ້​ບຸລິມະສິດ​ທີ່ເໝາະ​ສົມ​ກັບ​ທິດ​ທາງ​ພັດທະນາ​ເສດຖະກິດ​ສັງຄົມ, ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຫວຽດນາມ, ສະ​ແຫວງ​ຫາ​ການ​ສະໜັບສະໜູນຢ່າງ​ແຮງຂອງ​ປະຊາ​ຄົມ​ສາກົນ ສຳລັບ​ຄວາມ​ມານະ​ພະຍາຍາມ​ຄຸ້ມ​ຄອງ, ນຳ​ໃຊ້​ແຫຼ່ງນ້ຳ​ແມ່​ຂອງ​​; ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ​ໄທ.

ຂ່າວ/ບົດ​ອື່ນ