ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຮັດວຽກ ກັບສະຫະພັນໃຫຍ່ແຮງງານຫວຽດນາມ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຮັດວຽກ ກັບສະຫະພັນໃຫຍ່ແຮງງານຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​
​ເຮັດ​ວຽກ​ກັບສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ
(ພາບ: nld.com.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 27/02, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ກົດ​ລະບຽບ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ລັດຖະບານ​ກັບສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ. ກ່າວ​ຄຳ​ເຫັນ​ຢູ່​ນີ້, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ວ່າ, ລັດຖະບານ ​ແລະ ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ໄດ້​ສຸມ​ໃສ່​ສົມທົບ​ກັນຊີ້​ນຳ​ການ​ຈັດ​ຕັ້ງກອງ​ປະຊຸມ​ໃຫຍ່​ກຳມະບານ​ຂັ້ນ​ແຂວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ກອງ​ປະຊຸມ​ໃຫຍ່​ກຳມະບານ​ຫວຽດນາມ ຄັ້ງ​ທີ 11; ​ເພີ່ມ​ທະວີ​ການ​ສົມທົບກັນ​ໃນ​ການ​ສ້າງ​ກົດໝາຍ, ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ໂດຍ​ດົງ​ເຖິງ​ກຳມະກອນ, ພາລະ​ກອນ​ຜູ້​ອອກ​ແຮງ​ງານ ​ຕິດ​ພັນ​ກັບ​ການກວດກາ, ​ຕິດຕາມ​ກວດກາ, ປົກ​ປັກ​ຮັກສາ​ສິດ ​ແລະ ຜົນ​ປະ​ໂຫຍດຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ກຳມະກອນ, ພາລະ​ກອນ ​ແລະ ຄົນ​ງານ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ.

“ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເປັນ​ເຈົ້າ​ການ​ແກ້​ໄຂ​ບັນ​ຫາ​ຢຸດ​ງານ​ຂອງ​ກຳມະກອນ... ບັນຫາ​ນີ້​ຈະ​ຊ່ວຍ​ໃຫ້​ກຳມະກອນ​ມີ​ສິດ​ອັນ​ເປັນ​ທຳ​ຂອງ​ຕົນ, ​​ເຮັດ​ຄື​ແນວ​ນັ້ນ, ​ເລື່ອງ​ຢຸດ​ງານ, ປະ​ທ້ວງຂອງ​ກຳມະກອນ​ສຳລັບ​ວິ​ສາ​ຫະກິດຈະ​ບໍ່​ເກີດ​ຂຶ້ນ. ທີ່ 2 ​ແມ່ນ, ບັນດາ​ສັນຍານ​ວິ​ສາ​ຫະກິດ​ທີປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ລົ້ມ​ລະລາຍ ຫຼື ​ເຈົ້າ​ຂອງ​ວິ​ສາ​ຫະກິດ​ປະລະ​ວິ​ສາ​ຫະກິດ.. ຈະ​​ແກ້​ໄຂ​ໄດ້”.

ແລະກໍ່​ໃນ​ການ​ເຮັດ​ວຽກ, ທ່ານ​ນາຍົກລັດ​ຖະມົນຕີ ​ໄດ້​ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງກຳນົດ​ທິດ​ແນະນຳ, ​ແກ້​ໄຂ​ບັນດາ​ຂໍ້​ສະ​ເໜີ​ຂອງ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ເພື່ອ​ຜັນ​ຂະຫຍາຍ​ແຜນ​ຮ່າງ “ຂະຫຍາຍ​ຮູບ​ແບບ​ກອງ​ທຶນ​ໜູນ​ຊ່ວຍ​ທຶນ​ໃຫ້​ແກ່​ຄົນ​ງານທີ່​ທຸກ​ຍາກ​ ​ເພື່ອສ້າງ​ວຽກ​ເຮັດ​ງານ​ທຳ​ດ້ວຍ​ຕົນ​ເອງ, ​ໂດຍມີ​ການ​ໜູນ​ຊ່ວຍ​ຈາກ​ງົບປະມາ​ແຫ່ງ​ລັດ” ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ