ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຮັດວຽກກັບການນຳແຂວງ ຟຸອຽນ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຮັດວຽກກັບການນຳແຂວງ ຟຸອຽນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຟຸອຽນ
(ພາບ: chinhphu.vn)


(vovworld) - ​ໂດຍ​ສືບ​ຕໍ​ການ​ໄປ​ປະຕິບັດ​ງານ​ຢູ່​ແຂວງ​ຟຸອຽນ, ຕອນ​ບ່າຍວັນ​ທີ 07/04, ກ່າວ​ຄຳ​ເຫັນ​​ໃນ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຮຽກຮ້ອງ​ໃຫ້​ແຂວງ ຟຸອຽນ ສຸມ​ໃສ່​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ, ​ໂດຍ​ສະ​ເພາະ​ກ່ຽວ​ກັບ​ກະສິກຳ, ສິນ​ໃນ​ນ້ຳ, ການທ່ອງທ່ຽວ ​ແລະ ດຶງ​ດູດ​ການ​ລົງທຶນ​ເພື່ອ​ພັດທະນາ, ປະກອບສ່ວນ​ຍູ້​ແຮງວິວັດ​ການ​ຫັນທ້ອງ​ຖິ່ນ​ເປັນ​ອຸດສາຫະກຳ​ ແລະ​ ​ທັນ​ສະ​ໄໝ. ພ້ອມ​ກັບ​ການ​ພັດທະນາ​ເສດຖະກິດ, ທ່ານ​ນາຍົກລັດຖະມົນຕີກໍ​ເອົາ​ໃຈ​ໃສ່​ວ່າ ​ແຂວງ ຟຸອຽນ ​ເອົາ​ໃຈ​ໃສ່​​ພັ​ດທະ​ນາ​ບັນດາ​ຂົງ​ເຂດ​ສັງ​ຄົມ, ​ໂດ​ຍສະ​ເພາະ​ແມ່ນ​ເອົາ​ໃຈ​ໃສ່​​ເຖິງການ​ພັດທະນາສຶກສາ, ສາທາລະນະ​ສຸກ, ວຽກ​ເຮັດ​ງານ​ທຳ ​ແລະ ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ... ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ແຂວງ​ຟຸອຽນ ຊຸກຍູ້ການ​ພັດທະນາ​ເສດຖະກິດ​ສັງຄົມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ການ​ນຳ​ຂອງ​ບາງ​ກະຊວງ, ຂະ​​ແໜງ​ການ​ສູນ​ກາງ​ກຳ​ນົດທິດ​ແກ້​ໄຂບາງ​ຄຳ​ເຫັນຂອງ​ທ້ອງ​ຖິ່ນ​ເຊິ່ງ​ກ່ຽວຂ້ອງ​ເຖິງໂຄງການກໍ່ສ້າງ​ເສັ້ນ​ທາງ​ຫຼວງ 1A ​ທີ່ເຊື່ອມ​ຕໍ່ກັບ​ເຂດ​ອຸດສາຫະກຳ ຮ່ວາ​ເຕີມ, ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ເຂດ​ຕົວ​ເມືອງ​ທາງພາກ​ໃຕ້​ນະຄອນ ຕຸຍ​ຮ່ວາ - ວູ້ງ​ໂຣ, ​ໂຄງການ​ຫາ​ປ່າ ຟຸ໋ຫຼາກ ກໍ​ຄື​ໂຄງການ​ວິທະຍຸ ​ແລະ ​ໂທລະພາບ​ແຂວງ​ຟຸອຽນ...

ຂ່າວ/ບົດ​ອື່ນ